ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕອນຮັບອົງການ EU

IMG-20151219-WA0001IMG-20151219-WA0000(1)

ໃນອາທິດທີ່ຜ່ານມານີ້ ທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າພົບຂອງ Mr Michel GOEFFIM ຜູ້ຕາງໜ້າສະຫະພາບເອີຣົບ  EU ເພື່ອປືກສາຫາລື ການກະກຽມການເຈລະຈາ ຮອບທຳອິດ ໃນການເຂົ້າຮ່ວມເປັນສະມາຊິກ ອົງການ ການຄ້າໄມ້ເປັນທຳ (FLEGT)  ກັບສະຫະພາບເອີຣົບ ທາງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ປະສານງານຫຼັກ ໃນການຍື່ນຈົດໝາຍເຈດຈຳນົງຕໍ່ EUເພື່ອສະເໜີຈັດກອງປະຊຸມເຈລະຈາ ຕົກລົງການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະມັກໃຈ, ພ້ອມດຽວກັນນີ້ ທາງລັດຖະບານລາວ ກໍ່ໄດ້ຫ້າມການສົ່ງໄມ້ທອນ ແລະ ໄມ້ຕີຕັບ ອອກຕ່າງປະເທດ ພ້ອມທັງ ແນະນຳວ່າໄມ້ຕ້ອງໄດ້ຮັບການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບພາຍໃນປະເທດກ່ອນ ຈື່ງສົ່ງອອກເພື່ອສ້າງມູນຄ່າເພີ່ມ

ຈຸດປະສົງການເຂົ້າພົບໃນຄັ້ງນີ້ ເພື່ອປືກສາຫາລືຕົກລົງເຫັນດີກ່ຽວກັບ ວັນ ແລະ ເວລາ ສຳລັບກອງປະຊຸມຄັ້ງທຳອິດ ຄາດວ່າທາງສະຫະພາບເອີຣົບຈະໃຫ້ຄຳຕອບໄວໆນີ້  ພ້ອມນີ້ຜູ້ຕາງໜ້າອົງການ ການຄ້າໄມ້ເປັນທຳ (FLEGT) ກໍ່ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ເນື່ອງໃນວັນປີໃໝ່ສາກົນທີ່ຈະມາເຖີງນີ້

ຂຽນໂດຍ:​ ທ່ານ ພອນໄຊ ສີສົງຄາມ

ກວດແກ້ໂດຍ: ທ່ານ ແສງປະເສີດ ມັດທຸຈັນ

ພະແນກຂ່າສານກະສິກຳ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ