ທົ່ວປະເທດ ຄັດເລືອກໄດ້ 413 ຄອບຄົວ ເປັນຕົວແບບດ້ານກະສິກຳ ແລະ ປ່າໄມ້

IMG_6229IMG_6294

ຜ່ານການເຮັດທົດລອງວຽກງານ 3 ສ້າງຂອງ ຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຄອບຄົວຕົວແບບ ດ້ານກະສິກຳ ທັງໝົດ 413 ຄອບຄົວ, ໃນນັ້ນດ້ານການປູກຝັງມີ 182 ຄອບຄົວ, ລ້ຽງສັດ ມີ 132 ຄອບຄົວ ແລະ ຜະລິດກະສິກຳແບບປະສົມປະສານ ທັງປູກທັງລ້ຽງ 99 ຄອບຄົວ.

ກອງປະຊຸມສະຫຼຸຸບການເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ ຕິດພັນກັບວຽກງານ 3 ສ້າງ 2012-2015 ແລະ ທິດທາງແຜນການ 2016-2020 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຍ້ອງຍໍຜົນງານປະຈຳປີ 2015 ໄດ້ຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ທ່ານ ທອງພັດ ວົງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນຜ່ານບົດສະຫຼຸຸບການຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະ 3 ປີຜ່ານມາວ່າ: ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຕາມ 4 ເນື້ອໃນ 4 ຄາດໝາຍ, ດ້ານການພັດທະນາເສດຖະກິດ ແມ່ນໄດ້ປະກອບສ່ວນ ໃນການສ້າງໂຄງການ ຄ້ຳປະກັນດ້ານສະບຽງອາຫານ, ໂຄງການຜະລິດເປັນສິນຄ້າ ໃນການປູກເຂົ້າ, ປູກພືດ, ລ້ຽງສັດ, ສ້າງກຸ່ມຜະລິດ, ສ້າງຕົວແບບ, ສູນບໍລິການເຕັກນິກແຜນຄຸ້ມຄອງ ປ່າໄມ້ ແລະ ເຄື່ອງປ່າຂອງດົງຢູ່ 52 ເມືອງ ແລະ 109 ບ້ານເປົ້າໝາຍ, ໄດ້ສົມທົບສ້າງບົດສະເໜີໂຄງການ ພັດທະນາກະສິກຳຂັ້ນບ້ານ ຈຳນວນ 247 ໂຄງການ ທີ່ໄດ້ຮັບການຢັ້ງຢືນ ຕາມທ່າແຮງຂອງແຕ່ລະບ້ານ ເພື່ອຜະລິດເປັນສິນຄ້າ ມູນຄ່າໂຄງການປະມານ 300 ກວ່າຕື້ກີບ, ໂຄງການສ່ວນໃຫຍ່ ແມ່ນໄດ້ເຂົ້າເຖິງສິນເຊື່ອຈາກທະນາຄານ ແລະ ໄດ້ຈັດຕັ້ງປະຕິບັດແລ້ວ.

IMG_6277IMG_6320

ໄດ້ສ້າງພະນັກງານອາສາສະໝັກບ້ານ ຢູ່ບ້ານເປົ້າໝາຍພັດທະນາໄດ້ 150 ຄົນ ໄປພ້ອມກັບການຝຶກອົບຮົມ ເຕັກນິກກະເສດສຸມ, ການປູກ-ການລ້ຽງ, ໝໍດິນ, ສັດຕະວະແພດ ແລະ ປ່າໄມ້ບ້ານ, ຈັດຕັ້ງກຸ່ມຜະລິດໄດ້ 658 ກຸ່ມ, ໃນນັ້ນ ມີກຸ່ມປູກ 305 ກຸ່ມ, ກຸ່ມລ້ຽງ 261 ກຸ່ມ ແລະ ກຸ່ມ ຜູ້ນຳໃຊ້ນ້ຳ 91 ກຸ່ມ; ໄດ້ສຳ ເລັດສຳຫຼວດແບ່ງດິນກະສິກຳ ໃນລະດັບບ້ານໄດ້ 16 ບ້ານ, ບ້ານເປົ້າໝາຍ ພັດທະນາ ແລະ ໄດ້ສຳຫຼວດແບ່ງເຂດດິນ ແລະ ປ່າໄມ້ ເພື່ອຟື້ນຟູປົກປັກຮັກສາ, ຄຸ້ມຄອງນຳໃຊ້ແບບຍາວນານ ພ້ອມທັງສ້າງເປັນລະບຽບການຂອງບ້ານ 30 ບ້ານ, ໄດ້ສ້າງຄອບຄົວກະສິກຳຕົວແບບ ທັງໝົດ 413 ຄອບຄົວ ຊຶ່ງໄດ້ເກີດມີໜໍ່ແໜງການຜະລິດທີ່ໝັ້ນຄົງ ແລະ ສາມາດຖ່າຍທອດບົດຮຽນໃຫ້ຜູ້ອື່ນໄດ້, ມາຮອດປະຈຸບັນ ໄດ້ປະກາດກະສິກຳພັດທະນາຈຳນວນ 6 ບ້ານຄື: ບ້ານທວດ ເມືອງຈຳພອນ ແຂວງສະຫວັນນະເຂດ, ບ້ານບຶງໄຊ ເມືອງສາລະວັນ ແຂວງສາລະວັນ, ບ້ານດອນຂຽວເໜືອ, ບ້ານນາວາງທົ່ງ, ບ້ານປົ້ງກິ່ວ, ບ້ານຜັກອີ່ຕູ່ ເມືອງ ໜອງບົກ ແຂວງຄຳມ່ວນ, ສ່ວນບ້ານອື່ນໆທີ່ຄົບມາດຖານເງື່ອນໄຂ ກໍພວມຫ້າງຫາກະກຽມ ຈັດພິທີປະກາດໃນອະນາຄົດອັນໃກ້ນີ້.

ໃນພິທີດັ່ງກ່າວ, ທ່ານ ດຣ. ເພັດ ພົມພິພັກ ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງລວມໝູ່ ຊຶ່ງໃບຍ້ອງຍໍຂັ້ນກະຊວງ ປະເພດບຸກຄົນມີ 1.623 ຄົນ, ຍິງ 503 ຄົນ, ໃບຊົມເຊີຍຂັ້ນກະຊວງ ປະເພດບຸກຄົນມີ 501 ຄົນ, ຍິງ 179 ຄົນ, ໃບຍ້ອງຍໍຂັ້ນກະຊວງ ປະເພດກົມກອງລວມໝູ່ມີ 73 ພາກສ່ວນ ແລະ ໃບຊົມເຊີຍ ຂັ້ນກະຊວງມີ 36 ພາກສ່ວນ.

ອັບເດດໂດຍ: ທ້າວ ພອນໄຊ ສີສົງຄາມ

ບົດຂ່າວຈາກ: ໜັງສືພີມປະຊາົຊນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ