ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານກະສິກໍາປະຈໍາປີ ເພື່ອບັນລຸເປົ້າໝາຍຮ່ວມກັນ

IMG_4193

           ເພື່ອບັນລຸເປົ້າໝາຍໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ພ້ອມທັງເປັນການປຶກສາຫາລື ຜົນກະທົບທາງໄພທໍາມະຊາດໃນ 18 ແຂວງທົ່ວປະເທດ. ໃນຕອນເຊົ້າວັນທີ 2 ຕຸລາ 2018 ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານກະສິກໍາປະຈໍາປີ ຂື້ນຢູ່ສະໂມສອນກະຊວງ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຄາລີນາ ອີມໂມເນນ ຕາງໜ້າອົງການສະຫະປະຊາຊາດ, ທ່ານ ນ. ຟຣໍາເລນສ ຊ່ອງບາລັງ-ລິດສເລ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ. ມີຫົວໜ້າກົມ-ຮອງກົມ, ບັນດາຜູ້ຕາງໜ້າຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້, ທ່ານ ນ. ຄາລີນາ ອີມໂມເນນໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການຟື້ນຟູ ຜົນກະທົບຈາກໄພພິບັດນໍ້າຖ້ວມທົ່ວປະເທດ ແລະການລົງເກັບກໍາຂໍ້ມູນພາກສະໜາມເພື່ອລາຍງານຜົນເສຍຫາຍ ແລະຊອກຫາວິທີການຊ່ວຍເຫຼືອລັດຖະບານລາວ, ຊື່ງຂໍ້ມູນດັ່ງກ່າວຈະເປັນຂໍ້ມູນທີ່ສໍາຄັນໃຫ້ແກ່ຂະແໜງການກະສິກໍາ ໃນການວາງແຜນນະໂຍບາຍ ແລະຍຸດທະສາດ ເພື່ອໃຫ້ການຊ່ວຍເຫຼືອບັນດາຜູ້ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດດັ່ງກ່າວ. ນອກນັ້ນ, ກອງປະຊຸມ ໄດ້ເປີດກວ້າງໃຫ້ບັນດາຜູ້ແທນ ສົນທະນາ ແລະ ປຶກສາຫາລືແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເພື່ອຊອກຫາວິທີການແກ້ໄຂວຽກງານກະສິກໍາໃນຕໍ່ໜ້າ.

         ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄູ່ຮ່ວມງານ ໃນການປະກອບສ່ວນພັດທະນາວຽກງານຂະແໜງການກະສິກໍາ. ພ້ອມທັງ ສະເໜີໃຫ້ທຸກພາກສ່ວນຈົ່ງສືບຕໍ່ຮ່ວມມືກັນ ໃນການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກຜົນກະທົບນໍ້າຖ້ວມ ແລະໃຫ້ສືບຕໍ່ການຊ່ວຍເຫຼືອ-ຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບໃຫ້ດີຂຶ້ນ.

 

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ