ທະນາຄານພັດທະນາອາຊີ (ADB) ໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງກະສິກຳຊຸມຊົນ 4 ແຂວງພາກເໜືອ

19243077_661104820766839_1717208680727512873_o

ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ໄດ້​​ຈັດ​ຕັ້ງປະຕິບັດ​ມາ​ແຕ່​ປີ 2010 ຢູ່ 4 ​ແຂວງ​ພາກ​ເໜືອຄື: ​ແຂວງ​ບໍ່​ແກ້ວ, ຫຼວງນ້ຳທາ, ອຸດົມ​ໄຊ ​ແລະ ​ແຂວງ ຜົ້ງສາລີ ​ເຊິ່ງບັນດາ​ແຂວງ​ດັ່ງກ່າວ​ນີ້ ​ແມ່ນ​ນອນ​ຢູ່​ໃນ​ແຂວງ​ເປົ້າໝາຍຂອງ​ໂຄງການ​ແຫ່ງ​ຊາດ (​ການ​ຜະລິດ​ກະສິກຳ ​ເພື່ອ​ຮັບປະກັນ​ຄວາມໝັ້ນຄົງ​ທາງ​ດ້ານ​ສະບຽງອາຫານ ​ແລະ ການ​ຜະລິດ​ເປັນ​ສິນຄ້າ). ໂຄງການດັ່ງກ່າວ ຈະຊ່ວຍໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ແຜນຍຸດທະສາດ ແລະ ແຜນດຳເນີນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ​ເຊິ່ງປັດຈຸບັນ ກຳລັງສຸມໃສ່ປັບປຸງໂຄງລ່າງພື້ນຖານດ້ານກະສິກຳ ແລະ ວຽກງານກະສິກໍາ ໃຫ້ສາມາດຜະລິດກະສີກໍາເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ​ເທື່ອ​ລະ​ກ້າວ, ​ເຊິ່ງໃນນີ້ ວຽກບູລິມະສິດຂອງຂະ  ແໜງກະສີກໍາຕ້ອງຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ສະໜັບສະໜູນການແກ້ໄຂບັນຫາດ້ານໂພສະນາການໃຫ້ມີຄວາມປອດໄພ. ພ້ອມທັງຫລຸດອັດຕາການຂາດແຄນທາງດ້ານໂພສະນາການ ຂອງປະຊາຊົນໂດຍສະເພາະຜູ້ດ້ອຍໂອກາດໃນກຸ່ມແມ່ຍິງ ແລະ ເດັກນ້ອຍ.
​ໃນ​ວັນທີ 16 ມີ​ຖຸນາ 2017 ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ສະໜອງທຶນ ລະຫວ່າງ ລັດຖະບານ​ແຫ່ງ ສປປ ລາວ ​ແລະ ທະນາຄານ​ພັດທະນາ​ອາຊີ (ADB) ສຳລັບ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ 4 ​ແຂວງ​ພາກ​ເໜືອຂຶ້ນ, ທີ່​ກະຊວງ​ການ​ເງິນ ຕາງໜ້າຝ່າຍ​ລາວ​ໂດຍ​ທ່ານ ນ. ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ທ່ານ ຢາ​ສຸ​ຊິ ​ເນ​ກະຊິ ຜູ້ຕາງໜ້າທະນາຄານ​ພັດທະນາ​ອາຊີ (ADB) ​ໂດຍ​ມີ​ທ່ານ ປອ ​ພວງປາຣິສັກ ປຣະວົງວຽງຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.
ທະນາຄານພັດທະນາ​ອາຊີ (ADB) ​ໄດ້​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ໂຄງການ​ດັ່ງກ່າວ ມູນ​ຄ່າ 36,5 ລ້ານ​ໂດ​ລາ​ສະຫະລັດ ປັດຈຸບັນ​ສາມາດ​ຈັດຕັ້ງປະຕິບັດ​ສຳ​ເລັດ​ 99,89% ​ໃນ​ການກໍ່ສ້າງ ​ແລະ ຍົກ​ລະດັບ​ເສັ້ນທາງ​ຊົນນະບົດ 4 ​ເສັ້ນ, ຍາວ 29 ກິ​ໂລ​ແມັດ; ຟຶື້ນຟູ​ຊົນລະປະທານ 26 ​ແຫ່ງ ຢູ່​ແຂວງ ຜົ້ງສາລີ ສາມາດ​ສະໜອງນ້ຳ​ໄດ້ 5.386 ​ເຮັກຕາ; ສ້າງຕັ້ງກຸ່ມ​ຊົມ​ໃຊ້​ນ້ຳ ​ແລະ ກຸ່ມ​ຜູ້​ຮັກສາ​​ເສັ້ນທາງ​ໄດ້ 48 ກຸ່ມ ​ແລະ ສ້ອມ​ແປງ​ຄືນ 24 ​ໂຄງການ​ຍ່ອຍ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ.

                                                                                      ນະຄອນຫຼວງວຽງຈັນ, ວັນ​ທີ 20 ມີ​ຖຸນາ 2017.

                                                                                      ຮຽບຮຽງ: ​ເຂັມ​ມະ​ໄລ ສົນ​ດາ​ວັນ

                                                                                      ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ