ທະນະຄານພັດທະນາອາຊີ ສະໜອງທືນຊ່ວຍເຫຼືອລ້າເພື່ອປັບປຸງລະບົບຄຸ້ມຄອງ ດ້ານສຸຂະນາໄມແລະ ສຸຂະນະໄມພືດ

23782112_1469144563199254_940930778_n

             ໃນວັນທີ 13 ພະຈີກ 2017 ທີ່ ກະຊວງການເງີນ ໄດ້ມີພິທີເຊັນ ສັນຍາຊ່ວຍເຫຼືອລ້າເພີ່ມເຕີມ ຈຳນນວນ 10 ລ້ານໂດລາສະຫະລັດ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນະຄານພັດທະນາອາຊີ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າເຊັນສັນລະຫວ່າງຝ່າຍລາວໂດຍແມ່ນ ທ່ານ ນ.ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງີນ ຝ່າຍທະນະຄານພັດທະນາອາຊີ ນຳໂດຍທ່ານ ຢາຊູຊິ ນິກິຊິ ຫົວໜ້າຫ້ອງການຜູ້ຕາງໜ້າ ທະນະຄານພັດທະນາອາຊີປະຈຳ ສປປ ລາວ.

       ນອກນັ້ນຍັງມີບັນດາຜູ້ຕາງໜ້າຈາກກະຊວງ ແລະ ກົມ ທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.ທືນດັ່ງກ່າວແມ່ນສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການເພີ່ມທະວີຄວາມອາດສາມາດໃນການຄຸ້ມຄອງລະບົບສຸຂານາໄມ ແລະ ສຸຂານາໄມພືດ, ແຜນການການເຝົ້າລະວັງ ແລະ ຕິດຕາມສຸຂານາໄມພືດ, ສັດ ແລະ ຄວາມປອດໄພທາງອາຫານ ລວມທັງບັນຫາລົບການຄຸ້ມຄອງສຸຂານາໄມຕິດພັນກັບການປະສານງານຮ່ວມມືໃນພາກພື້ນໃຫ້ໄດ້ຮັບການປັບປຸງໃຫ້ດີຂຶ້ນ ພ້ອມຍົກລະດັບພະນັກງານວິຊາການ ທີ່ກຽ່ວຂອ້ງໃຫ້ມີຄວາມຊຳນານ ແລະ ສະເພາະດ້ານ. ໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດໃນ 5 ແຂວງຄື: ແຂວງບໍລິຄຳໄຊ, ຄໍາມ່ວນ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງວຽງຈັນ.

ຂຽນໂດຍ: ຂັນວິຈິດ

ບັນນະທີການໂດຍ:ທ່ານນ. ປ້ອມພັນທະວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ