ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4

7D2A55255

7D2A55799

    ຄະນະຜູ້ແທນ ກະຊວງ ກະສິກຳ ແລະປ່າໄມ້ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ລັດຖະມົນ ຕີກະສິກຳ ແລະປ່າໄມ້ ອາຊຽນ-ອິນເດຍ     ຄັ້ງທີ 4 ຈັດຂື້ນໃນວັນທີ 12 ມັງກອນ 2018 ທີ່ນະຄອນຫລວງນິວເດລີ, ປະເທດອິນເດຍ, ໂດຍແມ່ນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເປັນຫົວໜ້າຄະນະ. ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ  ອິນເດຍ ແມ່ນໄດ້ຮັບຜົນສຳເລັດເປັນກ້າວໆ, ປະເທດສະມາຊິກ ອາຊຽນ ແລະ ອິນເດຍ ໄດ້ຜັດ ປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມເຊັ່ນ: ກອງປະຊຸມຄັ້ງທີ 1 ຈັດໃນວັນທີ 8 ຕຸລາ 2011 ທີ່ ນະຄອນຫລວງຈາກາກຕາ, ປະເທດອິນໂດເນເຊຍ; ຄັ້ງທີ 2 ຈັດໃນວັນທີ 17 ຕຸລາ 2012 ທີ່ ນະຄອນຫລວງນິວເດລີ, ປະເທດອິນເດຍ; ຄັ້ງທີ 3 ຈັດຂື້ນໃນວັນທີ 28 ກັນຍາ 2013 ທີ່ ນະຄອນຫລວງ ກົວລາລໍາເປີ, ປະເທດມາເລເຊຍ. ໃນໄລະຍະຜ່ານມາ ບັນດາທ່ານລັດຖະມົນຕີ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໄລຍະ 2011-2015 ຊຶ່ງແມ່ນຂອບການຮ່ວມມື ຂະແໜງການກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໂດຍໄດ້ກຳນົດ 4 ໜ້າວຽກຕົ້ນຕໍ: 1) ຍົກສູງສະມັດຕະພາບການຜະລິດກະສິກຳ ເພື່ອຮັບປະກັນ ການຄໍ້າປະກັນສະບຽງອາຫານ, 2) ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ແລະເຕັກໂນໂລຢີ, 3) ສົ່ງເສີມວຽກງານຄົ້ນຄວ້າ ແລະພັດທະນາ ສ້າງເປັນໂຄງການຮ່ວມມືຕ່າງໆ ແລະ 4) ຮັດແໜ້ນການຮ່ວມມື ດ້ານການສ້າງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນ. ຜ່ານການ ຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນຂອບວຽກທີ່ໄດ້ກຳນົດໄວ້ ໃນໄລຍະເວລາດັ່ງກ່າວນັ້ນ, ມາຮອດປັດຈຸບັນນີ້ ເຫັນວ່າ ມີໝາກຜົນສຳເລັດໃນຫລາຍດ້ານ, ຊຶ່ງປະເທດສະມາຊິກອາຊຽນ ແລະ ອິນເດຍ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດເຫລົ່ານັ້ນ.

    ຈຸດປະສົງຕົ້ນຕໍ ຂອງກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4 ນີ້ ແມ່ນ:         1) ເພື່ອພ້ອມກັນຕີລາຄາ ແລະຮັບຮອງເອົາ ບົດລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ 2011-2015 ໃນໄລຍະຜ່ານມາ, ແລະ 2) ເພື່ອຄວາມເປັນເອກະພາບ ໃນການກຳນົດ ຂອບການຮ່ວມມື ແລະຮັບຮອງເອົາແຜນປະຕິບັດງານ 2016-2020 ຢ່າງເປັນທາງການ, ຊຶ່ງເນື້ອໃນຕົ້ນຕໍຂອງແຜນປະຕິບັດງານ 2016-2020 ແມ່ນສຶບຕໍ່ຜັນຂະຫຍາຍ 4 ໜ້າວຽກຕົ້ນຕໍ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 2011-2015 ຜ່ານມານັ້ນ ແລະ ກຳນົດເພີ່ມຕື່ມອີກ 4 ໜ້າວຽກໃໝ່ ແລະ ລວມທັງໝົດ ມີ 8​ໜ້າວຽກ. 4 ໜ້າວຽກເພີ່ມເຕີມເຂົ້າໃໝ່ ມີ: 1) ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການເຊື່ອມໂຍງການຄໍ້າປະກັນດ້ານສະບຽງອາຫານ ອາຊຽນ, 2) ສົ່ງເສີມເຕັກ ນິກດ້ານຕ່າງໆ ເພື່ອຊ່ວຍໃຫ້ຊາວກະສິກອນ ມີຄວາມສາມາດ ປັບຕົວເຂົ້າໄດ້ກັບ ສະພາບການປ່ຽນແປງ ດ້ານດິນຟ້າອາກາດ, 3) ເອົາໃຈໃສ່ໃນການຄຸ້ມຄອງນຳໃຊ້ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເຊັ່ນ: ທີ່ດິນກະສິກຳ, ແຫລ່ງນໍ້າ ແລະ ປ່າໄມ້, ແລະ 4) ສົ່ງເສີມການແລກປ່ຽນຢ້ຽມຢາມ ຊຶ່ງກັນແລະກັນ ໂດຍສະເພາະແມ່ນ ບັນດາຊາວກະສິກອນຜູ້ໜຸ່ມນ້ອຍ.

    ຄະນະຜູ້ແທນ ຂອງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການກະສິກຳ ແລະປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຊຸມຜ່ານມາ ແລະ ໄດ້ສະແດງຄວາມເຫັນດີ ເປັນເອກະພາບ ແລະ ໃຫ້ການສະໜັບສະໜູນ ຕໍ່ກັບ ແຜນການຮ່ວມມື, ເພາະວ່າ ບັນດາຂອບວຽກເຫລົ່ານັ້ນ ກໍລ້ວນແລ້ວແຕ່ສອດ ຄ່ອງ ກັບແຜນຍຸດທະສາດ ການພັດທະນາ ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປ ລາວ ພວກເຮົາ.

ຂ່າວ​ໂດຍ: ກົມ​ແຜນການ ​ແລະ ການ​ເງິນ

ກວດ​ແກ້​ໂດຍ: ທ່ານ ​ໄຊ​ປລາ​ເດດ ຈຸນ​ລະ​ມະນີ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ