ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

IMG_3178IMG_3145IMG_3215  IMG_3385

ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ: ​ໂລກ​ຂອງ​ພວກ​ເຮົາ​ໄດ້​ພົບ​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງສະພາບ​ດິນ​ຟ້າ​ອາກາດ, ການລະບາດ​ຂອງ​ພະຍາດ, ຄວາມ​ວຸ້ນວາຍ​ທາງ​ສັງຄົມ, ສົງຄາມ ຕະຫຼອດຮອດ​ວິທີ​ການ​ທາງ​ສັງຄົມ ​ແລະ ອື່ນໆ. ​ເຊິ່ງປະກົດ​ການ​ດັ່ງກ່າວ​ສົ່ງ​ຜົນ​ໃຫ້​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດຫິວ​ຍິ່ງ​ເພີ່ມ​ທະວີຫຼາຍຂຶ້ນ. ດັ່ງນັ້ນ, ນັບ​ແຕ່​ປີ 1980 ​ເປັນຕົ້ນ​ມາ ອົງການ​ອາຫານ ​ແລະ ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ ຈຶ່ງ​ໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກໆປີ​ເປັນ​ວັນ​ອາຫານ​ໂລກ, ຕໍ່ມາກໍ່​ໄດ້​ກຳ ນົດ​ເອົາ ວັນ​ທີ 17 ຕຸລາ ຂອງ​ທຸກໆປີ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ (​ເລີ່​ມ​ແຕ່​ປີ 1993) ​ແລະ ມາ​ຮອດ​ປີ 2003 ລັດຖະບານ​ລາວ​ໄດ້​ກຳນົດ​ເອົາ​ວັນ​ທີ 17-24 ຕຸລາ ຂອງ​ທຸກໆປີເປັນ​ວັນສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ການສະ​ເຫຼີມສະຫຼອງວັນ​ປະຫວັດສາດ​ສຳຄັນ​ດັ່ງກ່າວ​ໃຫ້​ມີ​ຄວາມໝາຍ​ເພື່ອ​ແນ​ໃສ່​ປູກ​ຈິດ​ສຳນຶກ ​ແລະ ສ້າງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາ​ຊາດ​ໃນ​ໂລກ ​ໄດ້​ເຂົ້າ​ໃຈຄວາມ​ທຸກ​ຍາກ ​ແລ​ະ ​​​ໄພ​ອຶດຫິວ ​ເຊິ່ງມັນ​ບໍ່​ແມ່ນ​ບາບກຳ​ທີ່​ເທວະ​ດາ​ຟ້າ​ແຖນ​ປັ້ນ​ແຕ່ງ​ໃຫ້ ​ແຕ່​ມັນ​ແມ່ນ​ປະກົດ​ການໜຶ່ງ​ໃນ​ສັງຄົມ ທີ່​ສາມາດ​ລຶບລ້າງ​ໃຫ້ໝົດ​ໄປ​ໄດ້.

IMG_3087 IMG_3331 IMG_3104 IMG_3394

ພິທີ​ສະ​ເຫຼີມສະຫຼອງ ວັນ​ອາຫານ​ໂລກ 16 ຕຸລາ ສໍາລັບ​ປີນີ້​ໄດ້​ຈັດ​ຂຶ້ນ ທີ່ສະໜາມກິລາແຫ່ງຊາດ, ​ເມືອງ ​​ໄຊ​ຍະ, ​ແຂວງ ​ໄຊ​ຍະ​ບູລີ ​ເຊິ່ງກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ ແຂວງ ​ໄຊ​ຍະ​ບູລີ, ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO) ​ແລະ ອົງການ​ສະຫະ​ປະຊາ​ຊາດ. ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ ທ່ານ ປະລິນ​ຍາ​ເອກ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະ ມົນຕີ, ທ່ານ ປະລິນ​ຍາ​ເອກ ລຽນ ທີ​ແກ້ວ  ລັດຖະມົນຕີ​​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ພົງ​ສະຫວັນ ສິດ​ທະວົງ ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ, ທ່ານ ນ. ຄາຣີນາ ອິມ​ໂມ​ເນນ ຜູ້ປະສານ​ງານ​ລະດັບ​ຊາດຂອງອົງກການ​ສະຫະ​ປະຊາ​ຊາດ (NUDP), ທ່ານ ດຣ ສະຕີ​ເຟັນ ຣູດກາດ ຜູ້ຕາງໜ້າອົງການ​ອາຫານ ​ແລະ ການ​ກະ​ເສດ ​ແຫ່ງ​ສະຫະ​ປະຊາ​ຊາດ (FAO) ປະຈໍາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ພ້ອມ​ນີ້ຍັງ​ມີທ່ານ​ຫົວໜ້າກົມ, ຮອງ​ກົມ, ພະ​ແນ​ກ ການ​ອ້ອມ​ຂ້າງ​ແຂວງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ ພ້ອມ​ດ້ວຍ​ພໍ່​ແມ່​ປະຊາຊົນ​ແຂວງ​ ​ໄຊ​ຍະ​ບູລີ ​ເຂົ້າຮ່ວມ ຢ່າງ​ພ້ອມພຽງ.

ການສະ​ເຫຼີມສະຫຼອງວັນ​ອາຫານ​ໂລກ​ໃນ​ປີນີ້ ​ເປັນຄັ້ງທີ 36 (16 ຕຸລາ 1980-16 ຕຸລາ 2016)  ທີ່​ລາວ​ເຮົາ​ໄດ້​ຈັດ​ຂຶ້ນ ​​ແລະ ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ຄົບຮອບ 23 ປີ (17-24 ຕຸລາ 1993-17-24 ຕຸລາ 2016) ພາຍ​ໃຕ້​ຫົວຂໍ້: “​ການ​ຜະລິດ​ສະບຽງອາຫານ ​ແລະ ກະສິກຳ ຕ້ອງ​ປັບ​ຕົວ​ໄປ​ຕາມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”. ​

​ໃນ​ໂອກາດ​ນີ້:​ ທ່ານເຈົ້າແຂວງໄດ້ເນັ້ນໜັກ: ໃຫ້ເຫັນກ່ຽວກັບຄວາມຕ້ອງການສຳລັບແຜນຍຸດທະສາດຂອງລັດຖະບານ ກ່ຽວກັບການພັດທະນາກະສິກຳ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເຊິ່ງແຜນຍຸດທະສາດເຫຼົ່ານີ້ກໍ່ແມ່ນການຊ່ວຍເຫຼືອຊາວກະສິກອນຂະໜາດໜ້ອຍ, ທ່ານຜູ້ຕາງໜ້າອົງການ​ອາຫານ ​ແລະ ການ​ກະ​ເສດໄດ້​ເນັ້ນໜັກຕື່ມ​ອີກ​​ໃຫ້​ສະຫະປະຊາຊາດຊ່ວຍເຫຼືອກ່ຽວກັບ ການຫຼຸດຜ່ອນໄພພິບັດຈາກສະພາບອາກາດ ທີ່ສົ່ງຜົນກະທົບຕໍ່ການຜະລິດທາງດ້ານກະສິກຳ ຊຶ່ງກຳລັງທຳລາຍການຄ້ຳປະກັນສະບຽງອາຫານ ໃນ ສປປ ລາວ.

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານໄດ້ຍົກໃຫ້ເຫັນສະພາບຂອງ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ໄພອຶດຫິວ ແລະ ການຕ້ານທານຕໍ່ການປ່ຽນແປງດິນຟ້າອາກາດ ​ແລະ ທ່ານ​ຍັງ​ໄດ້​ຮຽກຮ້ອງ​​ໃຫ້​ອົງການ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດຕັ້ງມະຫາຊົນ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນ ​ແລະ ອົງການ​ຈັດຕັ້ງ​ເສດຖະກິດ-ສັງຄົມ​ຕ່າງໆ ສ້າງ​ຂະ​ບວນການ​ເພື່ອ​ເປັນ​ການສະ​ແດງ​ພະລັງ​ແຮງ​ແຫ່ງ​ຊາດ ສະໜັບສະໜູນກ​ຂະ​ບວນການຕໍ່ສູ້​ກັບ​ຄວາມທຸກ​ຍາກ ​ແລະ ຕ້ານ​ໄພ​ອຶດຫິວ​ໃຫ້​ກວ້າງຂວາງ ດ້ວຍ​ການ​ປຸກ“ະດົມ​ສົ່ງ​ເສີມ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ກິດຈະກຳ​ຕ່າງໆ​ເປັນ​ຂະ​ບວນຕໍ່​ເນື່ອງ​ເຊັ່ນ: ການ​ໂຮມ​ຊຸມນຸມ, ຈັດຕັ້ງປະຖະກະຖາ, ສຳ​ມະ​ນາ, ຈັດ​ງານ​ກິລາ, ວັນນະ​ຄະດີ​ມວນ​ຊົນ, ການວາງສະ​ແດງ, ການ​ອອກ​ແຮງ​ງານ​ລວມ ​ແລະ ກິດຈະກຳ​ອື່ນໆທີ່​ເຫັນ​ວ່າ​ເໝາະສົມ​ດ້ວຍ​ຈິດ​ໃຈ​ປະຢັດ​ມັດທະຍັດ, ຖື​ເອົາ​ເນື້ອ​ໃນ​ເປັນຕົ້ນຕໍ, ຮູບ​ການ​ເປັນ​ສຳຄັນ ພ້ອມ​ທັງ​ມີ​ສະຕິ​ລະວັງ​ຕົວ​ສູງ ​ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ສະຫງົບ ​ເປັນ​ລະບຽບ ຮຽບຮ້ອຍ​ໃນ​ສັງຄົມ.

​ໃນ​ພິທີ​ຍັງ​ມີ​ຂະບວນການ​ຍ່າງ​ເພື່ອ​ສຸຂະພາບ, ການສະ​ແດງ​ສິນລະປະ​ວັນນະຄະດີ, ການສະ​ແດງ​ຂອງ​ຊ້າງ, ບຸ​ດວາງສະ​ແດງຜົນງານ​ຂອງ​ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ​ໄຊ​ຍະ​ບູລີ, ​ບັນດາໂຄງ ການ​ທີ່​ຂຶ້ນກັບກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ຜູ້​ປະກອບ​ການ ​ແລະ ປະຊາຊົນ​​ເມືອງ​ຕ່າງໆອ້ອມ​ຂ້າງ​ແຂວງ​ໄຊ​ຍະ​ບູລີ ​ເຊິ່ງຜະລິດ​ຕະພັນ​ທີ່​ນຳ​ມາ​ວາງສະ​ແດງ​ມີ: ​ແນວ​ພັນ​ພືດ, ​ແນວ​ພັນ​ສັດ, ຜະລິດ​ຕະພັນ​ໄມ້​ແປ​ຮູບ ​ແລະ ອື່ນໆ.

ນະຄອນຫຼວງວຽງຈັນ, ວັນ​ທີ 20/10/2016.

ຂຽນ​ໂດຍ: ນ. ​ເຂັມ​ມະ​ໄລ ສົນ​ດາ​ວັນ

ພາບ: ​ເຂັມ​ມະ​ໄລ, ອາ​ລົງ​ກອນ.

ກວດ​ແກ້: ທ່ານ ​ວຽງສັກ ພົມ​ປະ​ເສີດ​ສີ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ