ການນຳກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍູຄະນະເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງໆຫົວພັນ

IMG_1937 IMG_1939

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2016 ນີ້ ທີ່ຫ້ອງວ່າການປົກຄອງແຂວງໆ ຫົວພັນ ທ່ານ ດຣ ພວງປາຮິສັກ ປຮະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍທ່ານຮອງນາຍົກ ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ  ພ້ອມນີ້ຍັງມີຄະນະກົມ, ຮອງກົມ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ພົບປະ ແລະ ຢ້ຽມຢາມ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງໆ ຫົວພັນ. ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງພັກ ຄັ້ງທີ່ 9 ສືບຕໍ່ໃສ່ກອງປະຊຸມໃຫ່ຍຂອງພັກຄັ້ງທີ 10 ໂດຍຫັນເປັນແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ 8 ຂອງແຊວງຫົວພັນ ໃນນັ້ນແມ່ນໄດ້ເນັ້ນໃສ່ແຜນຜະລິດເປັນສິນຄ້າ

ຕິດພັນກັບການຄ້ຳປະກັນສະບຽງອາຫານ ເພື່ອປະກອບສ່ວນເຂົ້າໃນການຮັບປະກັນທົ່ວສັງຄົມກໍ່ຄຶພາຍໃນແຂວງ ໃນນັ້ນແມ່ນເນັ້ນໃສ່ການຜະລິດກະສິກຳທີ່ທັນສະໄໜ. ມີຄຸນນະພາບ ແລະ ເຮັດໃຫ້ມີຄວາມຍືນຍົງ, ບັນຫາການຜະລິດເປັນສິນຄ້ານັ້ນແມ່ນໄດ້ເນັ້ນໃສ່ການຄ້າຊາຍແດນລາວ-ຫວຽດນາມ. ພັກ ແລະ ລັດຖະບານຈື່ງໄດ້ສຸມໃສ່ 2 ແຂວງຄື: ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ທີ່າເປັນບູລິມະສິດທີ່ມີທ່າແຮງທີ່ສຳຄັນ

ໃນຕອນທ້າຍທ່ານຮອງເຈົ້າແຂວງ ກໍ່ໄດ້ຍ້ອງຍໍຊົມເຊີຍ ທີ່ການນຳກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ໃນການລົງຊຸກຍູ້ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ເຂດຫົວພັນ ໄດ້ມີຊິວິດອັນໃໝ່ ການຜະລິດທີ່ທັນສະໃໝ່ ຕະຫຼາດເຂົ້າເຖີງ ໄດ້ສະເໜີໃຫ້ທາງຂັ້ນສູນກາງເອົາໃຈໃສ່ຊຸກຍູ້ສົ່ງເສີມທາງທ້ອງຖີ່ນທີ່ຍັງທຸກຍາກສ້າງໂຄງລ່າງພື້ນຖານທີ່ຍັງບໍ່ສົມດູນ, ລະບົບກົນໄກຍັງບໍ່ສອດຄ່ອງ ເພື່ອສຸກຍູ້ສົ່ງເສີມ ສ້າງລາຍຮັບໃຫ້ປະຊາຊົນຫຼູດຜົນອອກຈາກຄວາມທຸຍາກ ໃນປີ 2020.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ