ການຄຸ້ມຄອງທີ່ດີຂຶ້ນ ຈະຊ່ວຍໃຫ້ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກ້າວສູ່ການເຂົ້າເປັນ ມໍລະດົກໂລກ ທາງດ້ານທໍາມະຊາດ ຂອງອົງການຢູເນັດສະໂກ

 

Ryan_2017_Bestof_LANDSCAPESDJI_0120_resize (1)

         ປະສິດທິພາບການຄຸ້ມຄອງແບບມີສ່ວນຮ່ວມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໄດ້ເພີ່ມຂື້ນປະມານ 16% ເລີ່ມແຕ່ປີ 2014 ເປັນຕົ້ນມາຫຼັງຈາກໄດ້ມີການສ້າງຕັ້ງລະບົບການຄຸ້ມຄອງຮ່ວມ, ເຊິ່ງມັນສະແດງໃຫ້ເຫັນເຖິງ ການກຽມຄວາມພ້ອມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ທີ່ຈະເຂົ້າເປັນມໍລະດົກໂລກ ຮ່ວມ ຊາຍແດນແຫ່ງທໍາອິດ ຂອງ ອົງການຢູເນັດ​ສະໂກ ໃນອາຊີຕາເວັນອອກສຽງໃຕ້ຮ່ວມກັັບອຸທິຍານແຫ່ງຊາດຟອງຍາແກ​ບ່າງ ຂອງປະເທດຫວຽດນາມ. ການເພີ່ມຂຶ້ນຂອງຕົວເລກດັ່ງກ່າວ ແມ່ນໄດ້ຈາກການປະເມີນ ໂດຍນໍາໃຊ້ເຄື່ອງມື ຕິດຕາມກວດກາ ປະສິດທິພາບ ການຄຸ້ມຄອງ ທີ່ຖືກຍອມຮັບ ຈາກສາກົນ (Managetment Effectiveness Tracking Tool) ເພື່ອສະແດງໃຫ້ເຫັນເຖິງ ບັນດາວຽກງານຄຸ້ມຄອງປ່າສະຫງວນທີ່ສຳຄັນ ທີ່ໄດ້ຮັບການປັບປຸງ  ເຊິ່ງປະກອບມີຄວາມອາດສາມາດ ດ້ານເຕັກນິກວິຊາ ການ ທີ່ເຂັ້ມແຂງແລະທັກສະ ດ້ານການຄຸ້ມຄອງ ຂອງພະນັກງານປ່າສະຫງວນແຫ່ງຊາດແລະບັນດາຜູ້ມີສ່ວນຮ່ວມ ທີ່ໄດ້ປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານຂອງປ່າສະຫງວນ, ຂໍ້ມູນພື້ນຖານທີ່ສົມບູນ ສໍາລັບປ່າສະຫງວນ ທີ່ໄດ້ມາຈາກການຈັດຕັ້ງປະຕິບັດແຜນງານ ສຶກສາຄົ້ນຄ້ວາທີ່ລະອຽດແລະຂອບເຂດການເຮັດວຽກທີ່ລະອຽດ ສໍາລັບການຄຸ້ມຄອງການທ່ອງທ່ຽວ ແບບຍືນຍົງ. ນອກຈາກນີ້, ​ການຄຸ້ມຄອງ ທີ່ມີປະສິດທິພາບສູງ ເປັນແຮງຈູງໃຈໃຫ້ຫີນໜາມໜໍ່ ໄດ້ຮັບການ​ຍົກ​ລະ​ດັບໃຫ້ເປັນອຸທິຍານແຫ່ງຊາດ (ໝວດ 2 ຂອງອົງການ IUCN)ຕາມທີ່ທາງລັດຖະບານລາວ ກໍາລັງດໍາເນີນການໃນປະຈຸບັນ.

        ທ່ານໂອໄດສຸດາພອນເຈົ້າແຂວງແຂວງຄໍາມ່ວນໄດ້ກ່າວວ່າ: “ເນື່ອງຈາກຄວາມພະຍາຍາມທີ່ປະສົບຜົນສໍາເລັດໃນຊ່ວງຫຼາຍປີຜ່ານມາປະຈຸບັນ ພວກເຮົາມີທີມງານຄຸ້ມຄອງຮ່ວມ ທີ່ມີປະສິດທິພາບ ຈຳນວນຫຼາຍກວ່າ 500 ຄົນ ທີ່ຄຸ້ມຄອງປ່າສະ ຫງວນແຫ່ງຊາດ ຫີນໜາມໜໍ່.  ທີມງານດັ່ງກ່າວແມ່ນລວມມີ ຊຸມຊົນທ້ອງຖິ່ນ, ອົງການຈັດຕັ້ງລັດແລະອົງການຈັດຕັ້ງສັງ ຄົມ ທີ່ກໍາລັງເຄື່ອນໄຫວວຽກງານໃນຫຼາຍລະດັັບ”. ທ່ານ ໂອໄດ ກໍ່ຍັງໄດ້ກ່າວຕື່ມອີກວ່າ “ໂດຍການນໍາໃຊ້ເຄື່ອງມື ການຕິດ ຕາມປະສິດທິພາບ ການຄຸ້ມຄອງນີ້ພວກເຮົາສາມາດກໍານົດ ບັນດາຂະບວນການການຄຸ້ມຄອງຕ່າງໆ ທີ່ສໍາຄັນໃນການບັນລຸ ຜົນສໍາເລັດແລະກໍານົດມາດຕະຖານການປະຕິບັດ ທີ່ດີທີ່ສຸດເພື່ອເຮັດໃຫ້ ຫີນໜາມໜໍ່ ມີຄຸນນະສົມບັດ ໃນການເຂົ້າເປັນ ມໍລະດົກໂລກ ຂອງອົງການຢູເນັດສະໂກ.”

        ທ່ານເຈີນຕຽນຊູງ(Mr. Tran Tien Dung)ຮອງເຈົ້າແຂວງ ຫ້ອງການປະຊາຊົນແຂວງກວາງບິນກ່າວວ່າ: “ຟອງຍາແກບ່າງແລະຫີນໜາມໜໍ່ໄດ້ເຊື່ອມຕໍ່ກັນແລະເປັນສິ່ງທີ່ສໍາຄັນທີ່ໄດ້ມີການສ້າງຄວາມເຂັ້ມແຂງໃນການຮ່ວມມືລະຫວ່າງປະເທດເພື່ອຮັບປະກັນທາງດ້ານການປົກປັກຮັກສາຊີວະນາໆພັນທີ່ດີແລະການພັດທະນາແບບຍືນຍົງຕາມຊາຍແດນຂອງສອງປະເທດ. ການຮ່ວມກັນສະເໜີຊື່ຂອງທັງສອງປ່າສະຫງວນເປັນມໍລະດົກໂລກຮ່ວມຊາຍແດນເປັນວິທີໜື່ງທີ່ຈະນໍາໄປສູ່ຜົນສໍາເລັດໃນການສະເໜີຊື່ເຂົ້າເປັນມໍລະດົກໂລກ”. ທ່ານເນັ້ນວ່າ: “ພວກເຮົາມີຄວາມຍິນດີຫຼາຍທີ່ໄດ້ຮູ້ວ່າຫີນໜາມໜໍ່ໄດ້ມີຄວາມຄືບໜ້າຫຼາຍໃນການປັບປຸງຄວາມອາດສາມາດທາງດ້ານການຄຸ້ມຄອງທີ່ມີປະສິດທິພາບ. ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າຫີນໜາມໜໍ່ກໍາລັງກ້າວໄປສູ່ຜົນສໍາເລັດໃນການເຂົ້າເປັນມໍລະດົກໂລກທາງດ້ານທໍາມະຊາດ”.

       ນອກຈາກຜົນໄດ້ຮັບທີ່ດີແລ້ວທາງຄະນະກໍາມະການຄຸ້ມຄອງຮ່ວມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ຍອມຮັບວ່າການຄຸ້ມຄອງປ່າສະຫງວນແຫ່ງນີ້ຈໍາເປັນຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າໂດຍສະເພາະແມ່ນໃນຂົງເຂດວຽກງານທາງດ້ານການເງິນແບບຍືນຍົງ, ບຸກຄະລາກອນ, ການນໍາໃຊ້ເຕັກໂນໂລຢີ, ອຸປະກອນທີ່ເໝາະສົມແລະໂຄງລ່າງພື້ນຖານ ຂອງປ່າສະຫງວນ. ງົບປະມານທີ່ພຽງພໍ ໃນການການເຄື່ອນໄຫວວຽກງານການຄຸ້ມຄອງແລະການຈັດສັນບຸກຄະລະກອນ ທີ່ເໝາະສົມ, ແລະ ຫ້ອງການຄຸ້ມຄອງປ່າສະຫງວນລະດັບມືອາຊີບແມ່ນຂໍ້ກໍານົດທີ່ສໍາຄັນ ສໍາລັບການສະເໜີຊື່ ເຂົ້າເປັນ ມໍລະດົກໂລກທີ່ປະສົບຜົນສໍາເລັດຕາມອານຸສັນຍາມໍລະດົກໂລກຂອງຢູເນັດ​ສະໂກມັນເປັນສິ່ງສຳຄັນຢ່າງຍິ່ງທີ່ຜົນປະໂຫຍດ ສຳລັບຊຸມຊົນທ້ອງຖິ່ນ ແລະ ຊົນເຜົ່າດັ້ງເດີມ ​ຈະໄດ້ຮັບການລະບຸເປັນຢ່າງດີ ແລະ ປະຕິບັດຢ່າງເປັນຮູບປະທຳ.

            ຫີນໜາມໜໍ່ມີ “ຄຸ່ນຄ່າຄວາມເປັນເອກະລັກສະເພາະທີ່ໂດດເດັ່ນຂອງໂລກ”. ມັນເພີ່ມຫຼືເສີມຄຸ່ນຄ່າທາງດ້ານການອະນຸລັກທີ່ສໍາຄັນລະດັບໂລກຕ່າງໆ ເຊິ່ງຄຸນຄ່າດັ່ງກ່າວໃນອຸທິຍານແຫ່ງຊາດຟອງຍາແກບ່າງຂອງປະເທດຫວຽດນາມກໍ່ໄດ້ຜ່ານການຍອມຮັບໂດຍອົງການຢູເນັດສະໂກວ່າມີຄວາມສຳຄັນລະດັບໂລກ. ຄຸນຄ່າເຫຼົ່ານີ້ ຈຳເປັນຕ້ອງໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ຈາກການນຳລະດັບສູງສຸດ ຂອງລັດຖະບານລາວ ແລະ ລັດຖະບານຫວຽດນາມ ພ້ອມທັງ ຜູ້ມີສ່ວນຮ່ວມທັງຫມົດ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ