ກະຊວງກະສິກໍາ ແລະ ປ່າໄມ້ ປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ

IMG_74477 IMG_74511

ໃນອາທິດທີ່ຜ່ານມາທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 62 ປີ 22 ມີນາ 1955 ຫາ 22 ມີນາ 2017. ໃຫ້ກຽດປະຖະກະຖາໂດຍ ສະຫາຍ ສີສຸກ ພິລາວົງ ພະນັກງານອາວຸໂສບໍານານອະດີດຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກມີ ຮອງເລຂາຄະນະພັກກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫ້ອງການ, ສະມາຊິກພັກຈາກບັນດາກົມອອ້ມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ 163 ສະຫາຍ ຍິງ 37 ສະຫາຍ. ຈຸດປະສົງເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານລັດຖະກອນໃນທົ່ວອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ມີຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອການຊີ້ນໍາໆພາຂອງພັກປະຊາຊົນປະຕິວັດລາວ

ຕະຫຼອດໄລຍະ 62 ປີ ຜ່ານມາ, ເປັນການຫວນຄືນມູນເຊື້ອການຊີ້ນໍາໆພາຂອງພັກ ຜົນງານໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ. ໃນພິທີສະຫາຍປະທານໄດ້ເລົ່າຄືນມູນເຊື້ອການກໍາເນີດ, ຄວາມເປັນມາ ແລະ ຜົນງານອັນພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວແຕ່ອາດີດຈົນຮອດປະຈຸບັນ ຈົນກາຍມາເປັນພັກທີ່ມີບົດບາດໃນເວທີສາກົນ ແລະ ນໍາພາປະເທດຊາດໃຫ້ນັບມື້ນັບພັດທະນາຂື້ນເລື້ອຍໆ, ໃນຕອນທ້າຍຂອງພິທີສະຫາຍປະທານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານລັດຖະກອນໃນທົ່ວອົງຄະນະພັກກະຊວງກະສີກໍາ ແລະ ປ່າໄມ້ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍຫຼັກການລວມສູນປະຊາທິປະໄຕ, ຍຶດໝັ້ນໃນທັດສະນະຂອງຊົນຊັ້ນມີຄວາມຈົ່ງຮັກພັກດີ ຕໍ່ຜົນປະໂຫຍດຂອງຊາດຂອງປະຊາຊົນ ພ້ອມທັງປັບປຸງແບບແຜນວິທີການນໍາພາ ຂອງພັກຕາມແນວທາງຕິດແທດກັບມະຫາຊົນຕະຫຼອດສິດເປັນເຈົ້າ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ພ້ອມທັງສືບຕໍ່ຜັນຂະຫຍາຍມະຕິ 10 ຂອງພັກໃຫ້ປະກົດຜົນເປັນຈິງ.

ຂຽນໂດຍ: ນ.​ ສີອໍາມອນ ໄຊຍະລາດ

ກວດແກ້ໂດຍ: ທ່ານ. ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ