ກະຊວງກະສິກໍາ ແລະ ປ່າໄມ້ ເປີດນໍາໃຊ້ສູນພັດທະນາການປະມົງ

IMG_1260

          ໃນວັນທີ 19 ຕຸລາ 2018 ນີ້, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດນໍາໃຊ້ ສູນພັດທະນາການປະມົງຂື້ນທີ່ບ້ານ ສິວິໄລ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ທາເກຊິ ຮິກິຮະຣະ ເອກອັກຄະລັດຖະທູດຢີ່ປຸ່ນປະຈໍາ ລາວ, ມີຫົວໜ້າຫ້ອງການ ຮ່ວມມືສາກົນໄຈກາປະຈໍາລາວ, ອົງການປົກ ຄອງທ້ອງຖິ່ນ, ຕາງໜ້າຈາກວິທະຍາໄລ, ບັນດາກົມສະຖາບັນ ອ້ອມຂ້າງກະຊວງ ກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມ.

           IMG_1266

             ທ່ານ ສົມພັນ ຈັນເພັງໄຊ  ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຮູ້ວ່າ: ສູນພັດທະນາການປະມົງ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະ ພັດທະນາ ການປະມົງມີມູນຄ່າທັງໝົດ 54 ຕື້ກວ່າກີບ ຊຶ່ງການກໍ່ສ້າງແມ່ນເລີ່ມແຕ່ເດືອນມິຖຸນາ 2017 ຫາເດືອນ ມິຖຸນາ 2018 ປັດຈຸບັນແມ່ນສໍາເລັດການກໍ່ສ້າງສົມບູນແລ້ວໂດຍບໍລິສັດ KUMAI GUMI LTD ຮັບເໝົາກໍ່ສ້າງ, ໂຄງການດັ່ງ ກ່າວເປັນອາຄານຫ້ອງການ 2 ຊັ້ນ 1 ຫຼັງ, ເຮືອນພັກໄຂ່ປາ 1​ ຫຼັງ, ອ່າງອະນຸບານປາ 6 ອ່າງ, ໜອງພໍ່ແມ່ພັນປາ 12 ໜອງ ແລະ ອ່າງນໍ້າປະປາ 1​ ອ່າງ. ຈຸດປະສົງຂອງໂຄງການເພື່ອສ້າງໂຄງລາງພື້ນຖານ ແລະ ຍົກລະດັບຄວາມ ຮູ້ດ້ານເຕັກນິກການລ້ຽງປາໃຫ້ແກ່ພະນັກງານສູນພັດທະນາການປະມົງ ແລຸະ ສູນຄົ້ນຄວ້າການປະມົງໃຫ້ມີຄວາມ ຮູ້ຄວາມສາມາດດ້ານວິຊາການ ແລະ ຮູ້ພັດທະນາວຽກງານການປະມົງຢູ່ ສປປ ລາວ ເປັນຕົ້ນການຝຶກອົບຮົມ ເຕັກນິກດ້ານຕ່າງໆ, ການນໍາໃຊ້ອຸປະກອນຫ້ອງວິໄຈພະຍາດ ແລະ ວິໄຈຄຸນນະພາບນໍ້າ, ເຕັກນິກການຜະລິດປາ ນິນແປງເພດ, ການວິໄຈພະຍາດປາ, ການວິໄຈຄຸນຸນະພາບອາຫານປາ ຕະຫຼອດຮອດການຄຸ້ມຄອງນໍາໃຊ້ອຸປະກອນ ຮັບໃຊ້ຫ້ອງວິໄຈ. ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານເອກອັກຄະລັດຖະທູດຢີ່ປຸ່ນປະຈໍາ ລາວ ກໍ່ໄດ້ຮ່ວມກັນຕັດແຖບຜ້າເພື່ອເປີດນໍາໃຊ້ສູນພັດທະນາການປະມົງ ຢ່າງເປັນທາງການ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ