ກອງປະຊຸມ ຜ່ານແຜນພັດທະນາກະສິກຳ ແລະ ປ່າໄມ້ ຄັ້ງທີ 8 ພາຍໃຕ້ຫົວຂໍ້ ການສົ່ງເສີມຜະລິດເປັນສີນຄ້າ ສ້າງສຳພັນເສດຖະກິດ ເພື່ອສ້າງກົນໄກຍົກລະດັບການຄ້າຊາຍແດນ ລາວ-ຫວຽດນາມ

IMG_1959 IMG_1987

ໃນວັນທີ 26 ມັງກອງ 2016 ນີ້ ພະແນກກະສິກຳ ແລະ ປ່າໄມ້ ຫົວພັນ ໄດ້ຈັດກອງປະຊຸມ ຜ່ານແຜນພັດທະນາກະສິກຳ ແລະ ປ່າໄມ້ ຄັ້ງທີ 8 ແລະຍຸດທະສາດພັດທະນາ ແຕ່ນີ້ຮອດປີ 2025 ວິໄສທັດຮອດປີ 2030 ພາຍໃຕຫົວຂໍ້ ການສົ່ງເສີມຜະລິດເປັນສີນຄ້າ ສ້າງສຳພັນເສດຖະກິດ ເພື່ອສ້າງກົນໄກຍົກລະດັບການຄ້າຊາຍແດນ ລາວ-ຫວຽດນາມ ຂື້ນທີ ພະແນກແຜນການ ແລະ ການລົງທືນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້່າແຂວງແຂວງ ຫົວພັນ ແລະ ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍວຽກທ່ານຮອງນາຍົກ ຜູ້ໍຊີ້ນຳວຽກງານເສດຖະກິດ ການຜະລິດ ແລະຈໍລະຈອນ ພ້ອມນີ້ຍັງມີຫົວໜ້າ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫົວພັນ, ຜົງສາລີ, ຊຽງຂວາງ, ຫຼວງພະບາງ ອ້າຍນ້ອງວິຊາການທີ່ກ້ຽວຂ້ອງເຂົ້າຮ່ວມທັງໝົດ 92 ທ່ານ ຍີງ 14 ທ່ານ.

IMG_1975 IMG_2007

ໃນທີ່ປະຊຸມທ່ານ ບຸນຄຳ ສີດາວົງ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງ ຫົວພັນ ໄດ້ຂື້ນລາຍງານສະພາບລວມຂອງ ແຂວງ ພົວພັນເປັນແຂວງໜື່ງ ທີ່ອ້ອມຮອບດ້ວຍພູດອຍ ມີເນື້ອທີ່ທັງໝົດ 17.500 ກມ2 ປະກອບມີ 10 ເມືອງ 716 ຄອບຄົວ ມີຜົນລະເມືອງທັງໝົດ 297.179 ຄົນ ຍີງ 145.​700 ຄົນ ການຜະລິດສິນຄ້າສ່ວນໃຫ່ຍຍັງຂື້ນກັບທຳມະຊາດ, ການຈັດສັນ ເນື້ອທີ່ດິນໃຫ້ເໜາະສົມກັບການປູກພືດແຕ່ລະປະເພດຍັງບໍ່ທັນຊັດເຈນ, ຜູ້ຜະລິດສິນຄ້າ ຂະໜາດນ້ອຍໃນລັກສະນະຄອບ ຄົວຍັງບໍ່ສາມາດເຂົ້າຫາແຫລ່ງທືນ, ເສັ້ນທາງການຂົນສົ່ງຜະລິດຕະພັນຈາກເຂດຜະລິດມາຫາບ້ານ, ຈາກບ້ານໄປຫາ ຕະຫຼາດຍັງມີຄວາມຫຍຸ້ງຍາກ. ການສ້າງຕັ້ງກຸ່ມການຜະລິດ ແລະ ເກັບຊື້ ປຸງແຕ່ງສົ່ງອອກ ພາຍໃນຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ຈະນຳໃຊ້ເຂົ້າໃນການຜະລິດເປັນສິນຄ້າ, ເຕັກນິກວິຊາການຍັງບໍ່ເປັນລະບົບ ແລະ ມີຈຳນວນໜ້ອຍ ຕໍ່ກັບສະ ພາບດັ່ງກ້າວ ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ສົມທົບກັບພາກ ສ່ວນທີ່ກ້ຽວຂ້ອງຈື່ງ ໄດ້ກຳໜົດສີນຄ້າກະສິກຳຕົ້ນຕໍ 5 ຊະນິດຄື: ການລ້ຽງສັດ, ສາລີອາຫານສັດ, ເຂົ້າໄກ່ນ້ອຍ ອິນຊີ, ໝາກເກົ່າ ແລະ ໄມ້ໃຫ້ໝາກ.

ວຽກງານການຜະລິດກະສິກຳ ແລະ ປ່າໄມ້ ແມ່ນມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດສັງຄົມຂອງແຂວງ ຫົວພັນ ເຫັນໄດ້ວ່າ ເກືອບ 60 ເປີເຊັນ ລາຍຮັບຂອງແຂວງ ແມ່ນມາຈາກຜົນຜະລິດກະສິກຳ ເນື່ອງຈາກວ່າປະຊາຊົນ ສ່ວນໃຫ່ຍ ຕິດພັນກັບ ການຜະລິດ ກະສິກຳ. ສະນັ້ນ, ແຂວງ ຫົວພັນເຫັນວ່າສີ່ງທີ່ເປັນທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ຍັງແມ່ນການປູກ ແລະ ການລ້ຽງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ