ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2016

IMG_5381 IMG_5342

ໃນວັນທີ 27 ທັນວາ 2016, ທີ່ ສູນຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້, ເປັນກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຕາງໜ້າຈາກສະມາຊິກສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ພະແນກກະສິກໍາ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປະລິຍາເອກ ລຽນ ທິແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2016 ນີ້ ສາມາດຜະລິດເຂົ້າເປືອກໃນທົ່ວປະເທດ ໄດ້4,2 ລ້ານໂຕນ ​ເທົ່າ​ກັບ 100% ຂອງ​ແຜນການ​ທີ່​ວາງ​ໄວ້, ການຜະລິດ ພືດຜັກ​ປະ​ເພດຕ່າງໆ ປະຕິບັດ​ໄດ້ 1.700.000ກວ່າໂຕນ ບັນລຸໄດ້ 100%, ສາລີຫວານໄດ້ 27.950 ໂຕນ, ເຜືອກມັນໄດ້ 330.900 ໂຕນແລະໝາກໄມ້ປະຕິບັດ​ໄດ້ 1.333.000ກວ່າໂຕນ ທຽບໃສ່ແຜນການ ແມ່ນ ປະຕິບັດໄດ້ລື່ນແຜນການແລະມີສ່ວນແຮໄວ້,ສຳ​ລັບ ຊີ້ນ, ​ໄຂ່ ແລະປາແມ່ນໄດ້ໃນລະ​ດັບ 65 ກິ​ໂລຕໍ່ຄົນຕໍ່ປີ. ໃນ​ກອງ​ປະ​ຊຸມ​ຄັ້ງນີ້ ​ໄດ້​ສຸມ​ໃສ່​ຄົ້ນ​ຄວ້າ 4 ​ໜ້າວຽກ​ຕົ້ນ​ຕໍຂອງ​ແຜນ​ງານ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານສະ​ບຽງ​ອາ​ຫານ; 8 ​ໜ້າວຽກ​ຕົ້ນ​ຕໍຂອງ​ການ​ລ້ຽງ​ສັດ. ແລະ ​ຄົ້ນ​ຄວ້າ​ຜັນ​ຂະ​ຫ​ຍາຍ 13 ນະ​ໂຍ​ບາຍກ່ຽວ​ກັບ​ເຂົ້າແລະພືດ.ນອກນັ້ນ ຍັງຄົ້ນ​ຄວ້າ​ຜັນ​ຂະ​ຫ​ຍາຍ​ຂໍ້​ຕົກ​ລົງເລກ​ທີ 65/ນຍ  (ລົງວັນ​ທີ 19 ສິງ​ຫາ 2016) ກ່ຽວ​ກັບ​ຈຸດ​ສຸມ​ພັດ​ທະ​ນາທີ່​ເປັນ​ບູ​ລິ​ມະ​ສິດ 2016-2020 ເຂົ້າ​ໃສ່​ແຜນການປີ 2017 ນີ້.

IMG_5415 IMG_5420

ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃສ່ບັນຫາທີ່ສຳຄັນ ໂດຍສະເພາະ ທິດທາງພັດທະນາສຳລັບປີ 2017 ແລະຊຸມປີຕໍ່ໜ້າ ຊື່ງວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດເປັນວຽກແຖວໜ້າ, ເປັນທ່າແຮງອັນໄດ້ປຽບຂອງປະເທດ ໃນການຜະລິດສະບຽງອາຫານ, ມີສິນຄ້າກະສິກຳສະອາດ, ປອດສານພິດ, ຫັນການຜະລິດໃຫ້ມີຈຸດສຸມ, ມີການກຳນົດເຂດການຜະລິດສະເພາະ, ຫັນໄປສູ່ອຸດສາຫະກຳປຸງແຕ່ງ, ເຮັດໃຫ້ກະສິກຳຕ້ອງເປັນກະສິ ກຳສະອາດແທ້, ເປັນສີຂຽວ, ຂຸດຄົ້ນແຫຼ່ງທຶນມານຳໃຊ້ເຂົ້າໃນການຜະລິດກະສິກຳ, ປັບປຸງຕ່ອງໂສ້ການຜະລິດກະສິກຳຕິດພັນກັບການປຸງແຕ່ງແຕ່ຫົວທີ ມີການປະສານງານໃຫ້ໄວເມື່ອພົບບັນຫາ ເພື່ອຫາວິທີທາງແກ້ໄຂໃຫ້ທັນກັບສະພາບການ. ສໍາລັບວຽກງານພັດທະນາຊົນນະບົດໃນສະເພາະໜ້າ ແມ່ນຮຽກຮ້ອງໃຫ້ແຕ່ລະພາກສ່ວນແຕ່ສູນກາງ ລົງຮອດທ້ອງຖິ່ນຕ້ອງເຮັດໜ້າທີ່ສ້າງແຜນພັດທະນາ ໃຫ້ລະອຽດໄປລວງດຽວກັນຕາມ 3 ປະເພດຈຸດສຸມ ທີ່ໄດ້ຮັບຮອງເອົາແລ້ວນັ້ນ 91 ຈຸດສູມພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ, 145 ຈຸດສຸມຈັດສັນພູມລຳເນົາຄົງທີ່ ແລະບ້ານທຳມາຫາກິນແບບຖາວອນ ແລະສ້າງຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ຕາມແຜນການທີ່ວາງໄວ້.

ຂຽຂ່າວໂດຍ: ​ສອນເພັດ ສຸລິພອນ

28 ທັນວາ 2016

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ