ກອງປະຊຸມ ກະກຽມສ້າງນະໂຍບາຍແນວພັນພືດແຫ່ງຊາດ

IMG_7785  IMG_7791

             ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການຜະລິດແນວພັນພືດທີ່ມີເງື່ອນໄຂແຕກຕ່າງກັນ ໃຫ້ມີແນວໂນ້ມທີ່ດີໃນຕໍ່ໜ້າ. ໃນຕອນເຊົ້າວັນທີ 15 ກັນຍາ ຜ່ານມາ ຢູ່ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ ໄດ້ຈັດກອງປະຊຸມ ລິເລີ່ມກະກຽມສ້າງນະໂຍບາຍແນວພັນພືດ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ສະຕີເຟັນ ຣູດກາດ ຜູ້ຕ່າງໜ້າອົງການອາຫານ ແລະການກະເສດ ປະຈໍາລາວ (FAO). ມີບັນດາຫົວໜ້າ-ຮອງຫົວໜ້າສູນ, ຊ່ຽວຊານຕ່າງປະເທດປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

                ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອແນໃສ່ໃນການປະກອບສ່ວນໃຫ້ແກ່ປະເທດທີ່ກໍາລັງພັດທະນາ ລວມທັງ ສປປ ລາວ ທີ່ຍັງຂາດນະໂຍບາຍແນວພັນພືດທີ່ເໝາະສົມ ແລະເພື່ອຊ່ວຍໃຫ້ລັດຖະບານຄຸ້ມຄອງ ແລະກໍານົດບົດບາດໜ້າທີ່ ໃຫ້ພາກສ່ວນຕ່າງໆ ລວມທັງລັດ, ຊາວກະສິກອນ ແລະຜູ້ປະກອບການທີ່ກ້ຽວຂ້ອງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ທັງນີ້, ກໍເພື່ອຮັບປະກັນ ໃຫ້ແກ່ຊາວກະສິກອນ ສາມາດເຂົ້າເຖິງແນວພັນພືດທີ່ເໝາະສົມ ແລະມີຄຸນນະພາບ ຖືໄດ້ວ່າເປັນສິ່ງສໍາຄັນ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພສະນາການ ພ້ອມທັງປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກວ່າເກົ່າ. ໃນທີ່ປະຊຸມ ຍັງໄດ້ຮັບຟັງການລາຍງານການຄົ້ນຄວ້າ ແລະ ພັດທະນາແນວພັນພືດ, ສະພາບການຜະລິດ ແລະ ລະບົບແນວພັນພືດ ຢູ່ ສປປ ລາວ ຈາກຫົວໜ້າສູນອ້ອມຂ້າງສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ, ກະຊວງກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ໄດ້ມອບໃຫ້ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດແລະພັດທະນາຊົນນະບົດ ສົມທົບກັບອົງການອາຫານ ແລະການກະເສດ ເພື່ອສ້າງນະໂຍບາຍແນວພັນພືດແຫ່ງຊາດ ເຊີ່ງນອນໃນ 1 ຂອງ 13 ນະໂຍບາຍ ທີ່ກະຊວງ ໄດ້ກໍານົດໄວ້ ເພື່ອເປັນການຄໍ້າປະກັນດ້ານສະບຽງອາຫານ ແລະສົ່ງເສີມການຜະລິດເປັນສິນຄ້າ.

ຂຽນນຂ່າວໂດຍ: ສອນເພັດ ສຸລິພອນ 18 /09 /2017

ກວດແກ້ຂ່າວໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ