ກອງປະຊຸມໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດປີ 2017

IMG_79555   IMG_79511

ເພື​່ອຈັດ​ຕັ້ງ​ປະຕິບັດ ​ແລະ ​ໄປ​ຕາມ​ແຜນ​ວຽກ​ປະ​ຈໍາປີ 2017 ຂອງ​ໜ່ວຍ​ງານ​ຂະ​ແໜງ​ກະສິກໍາ ​ແລະ ພັດທະນາ​ຊົນນະບົດ (SWG-ARD), ໃນ​ວັນ​ທີ 27 ກັນຍາ ທີ່​ສະ​ໂມ​ສອນ​ກະຊວງກະສິກໍາ ​ແລະ ປ່າ​ໄມ້, ກົມ​ແຜນການ ​ແລະ ການ​ຮ່ວມື, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມໜ່ວຍ​ງານ​ຂະ​ແໜງ​ການ​ກະສິກໍາ ​ແລະ ພັດທະນາ​ຊົນນະບົດ​ປະ​ຈໍາ​ໄຕ​ມາດ​ທີ່ 2 ​ແລະ 3 ປີ 2017 ຂື້ນ​, ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ ທ່ານ ປອ ພວງ​ປາຣິສັກ ປຣະວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ມີ​ທ່ານ ອາ​ເລັນ ​ເວີ​ນິນັດສ ຕາງ​ໜ້າ​ສະຖານທູດ​ຝຣັ່ງປະ​ຈໍາ​ລາວ, ທ່ານ ສະຕີ​ເຟັນ ຣູດກາດ ຜູ້ຕາງ​ໜ້າ​ອົງການ ອາຫານ ​ແລະ ການ​ກະ​ເສດ ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ຕ່າງ​ໜ້າ​ຈາກ​ບັນດາ​ກະຊວງຕ່າງໆ, ຜູ້​​ໃຫ້​ທຶນ, ອົງການຈັດ​ຕັ້ງ​ສາກົນ ແລະ ​ພາກສ່ວນທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ 100 ກ່ວາ​ທ່ານ.fake designer watches from china miniature ferrari replica

ຈຸດ​ປະສົງ​ຂອງ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ເພື່ອ​ເປັນ​ການ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄໍາ​ຄິດ​ເຫັນ​ໃນ​ການ​ປັບປຸງ​ໂຄງ​ຮ່າງ​ການຈັດ​ຕັ້ງ ​ຂັ້ນ​ສຸດ​ທ້າຍ ​ແລະ ຄວາມ​ຄື​ບໜ້າ​ຂອງ​ວຽກ​ງານ​ບັນດາ​ຂະ​ແໜງ​ການ​ຍ່ອຍ, ​ປຶກສາ​ຫາລື​ຮ່າງ​ບົດ​ລາຍ​ງານ​ປະ​ຈໍາປີ ຂອງ​ໜ່ວຍ​ງານ​ຂະ​ແໜງ​ການ​ກະສິກໍາ ​ແລະ ພັດທະນາ​ຊົນນະບົດ​​ປະ​ຈໍາປີ 2017, ​​​ ແຕ່​ລະ​ພາກສ່ວນ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ ​ແລະ ປຶກສາ​ຫາລື​ກັນ​ກ່ຽວ​ກັບ ໜ້າ​ວຽກ​ຍ່ອຍ​ຂອງ​ໜ່ວຍ​ງານ, ຍຸດ​ທະ​ສາດ​ຂອງ​ຂະ​ແໜງ​ກະສິກໍາຮອດ​ປີ 2025, ຜົນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ຜົນ​ສໍາ​ເລັດ​ຂອງ​ແຜນ​ງານພັດທະນາ​ເສດຖະກິດ-​ສັງຄົມ, ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ພັດທະນາ, ວຽກ​ຄຸ້ມ​ຄອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​, ການ​ຕອບ​ໂຕ້​ຕໍ່​ໄພ​ຂົ່ມ​ຄູ່ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ, ວຽກ​ງານ​ກະສິກໍາ ​ແລະ ​ໂພຊະ​ນາ​ການ, ສັນ​ຍາ​ການ​ຜະລິດ​ຂອງ​ຊາວນາ ​ແລະ ບັນຫາອື່ນໆ. ​ເພື່ອ​ເປັນການ​ກະກຽມ​ຂໍ້​ມູນ​​​ເຂົ້າໃນ​ກອງ​ປະຊຸມ​ໂຕະມົນ​​ ​ແລະ ​ລາຍ​ງານ​ຕໍ່​ລັດຖະບານໃນ​​ເດ​ືອນພະຈິກ​ທີ່​​ຈະ​ເຖີງນີ້ ​​ເຊິ່ງ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ທ່ານ​ປະທານ​​ໄດ້​ເນັ້ນ​ໃຫ້ທຸກ​ພາກສ່ວນສືບ​ຕໍ່ຈັດ​ຕັ້ງ​ບັນ​ດາ​ໜ້າ​ວຽກ​ຕ່າ​ງໆຂອງ​ໜ່ວຍງານໃຫ້​ເປັນ​ຮູບ​ປະ​ທໍາ​, ​ບັນຫາ​ສັນຍາ​ຜູກ​ພັນ​ສອງ​ສົ້ນ​ລະຫວ່າງ​ຊາວນາ​ ​ແລະ ຜູ້​ປະກອບການ, ການ​ທົບ​ທວນຄືນ​​ເລື່ອງ​ສໍາ​ປະທານພື້ນ​ທີ່​ການຜະລິດ​ກະສິກໍາ ​​ແລະ ບັນຫາອື່ນໆ, ​ເຊິ່​່ງກອງ​ປະຊຸມ​ດັ່ງກ່າວ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ 1 ວັນ​ເຕັມ​ຈຶ່ງ​​ອັດ​​ລົງດ້ວຍຜົນ​ສໍາ​ເລັດ ​ແລະ ​ເນື້ອ​ໃນ​ອັນ​ຄົບ​ຖ້ວນ​.replica rolex watches for sale paypalreplica watches

ບົດ​ຂ່າວ​ໂດຍ: ສີ​ອໍາມອນ ​ໄຊ​ຍະ​ລາດ

ກວດ​ແກ້​ໂດຍ: ​ເຂັມ​ພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ