ກອງປະຊຸມແລກປ່ຽນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ໃນວັນທີ 17-18 ທັນວາ 2015 ທີ່ ນະຄອນຫຼວງ ຮ່າໂນ້ຍ.

IMG-20151225-WA0007 IMG-20151225-WA0008

ໃນ​ວັນ​ທີ 17-18 ທັນວາ 2015  ທີ່ຜ່ານມານີ້ ກະຊວງກະສິກຳ ​ແລະ ປ່າ​ໄມ້ ສປປ ລາວ ນຳ​​ໂດຍ ທ່ານ ດຣ. ພວງ​ປາຣິສັກ ປຣະວົງ​ວຽງ​ຄຳ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ ຄະນະ​ວິຊາ​ການ ທີ່​ກ່ຽວຂ້ອງ ​ໄດ້​ປະຊຸມ ​ປຶກ​ສາ​ຫາລື ​ແລກປ່ຽນ ການ​ຮ່ວມ​ມື ​ດ້ານ ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ ຊົນ​ນະ​ບົດ ເພື່ອປຶ​ກສາ​ຫາລື ​ແລະ ຕົກລົງ ​ເປັນ​ເອກະ​ພາບ ​ໃນ​ບາງ​ປະ​ເດັນ ບັນຫາ ​ໃນ​ວຽກ ຈຸດ​ສຸມ ບຸລິມະສິດ ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ຕໍ່ໜ້າ ບົນ​ຈິດ​ໃຈ ກະກຽມ ​ເນື້ອ​ໃນ ​ເຂົ້າ​ໃນ ບົດ​ບັນທຶກ ​ກອງ​ປະຊຸມ ​ຄັ້ງ​ທີ 38 ຂອງ​ ຄະນະ​ກຳມາ​ທິການ​ ຮ່ວມ​ມື​ ສອງ​ຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ​ກັບ ລັດຖະບານ ສສ ຫວຽດນາມ ​ແລະ ສັນຍາ​ ການ​ຮ່ວມ​ມື​ ສອງ​ຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ​ກັບ ລັດຖະບານ ສສ ຫວຽດນາມ, ພ້ອມ​ດຽວ​ກັນ​ນັ້ນ ກອງ​ປະຊຸມ​ກໍ່​ໄດ້​ປຶກສາ​ຫາລື​ເຖີງ​ເນື້ອ​ໃນ​ ​ແລະ ​ແຜນການ​ຮ່ວມ​ມື ​ໃນ​ໄລຍະ 5 ປີ ຕໍ່ຫນ້າ (2016-2020) ຊື່​ງປະ​ເດັນ ບັນຫາ ​ແລກປ່ຽນ​ກັນ ມີ​ຕົ້ນຕໍ ດັ່ງ​ນີ້:

  1. ການ​ຍົກ​ລະດັບ ​ແລະ ສົ່ງ​ເສີມ ການ​ຜະລິດ ສິນຄ້າ ກະສິກຳ ​ແລະ ປ່າ​ໄມ້ ​ເຂດ​ຊາຍ​ແດນ ລະຫວ່າງ ສອງ​ປະ​ເທດ:

ຄະນະ​ວິຊາ​ການ ທັງ​ສອງ​ຝ່າຍ ​ໄດ້​ປະຊຸມ ປຶກສາ​ຫາລື ​ແລກປ່ຽນ ​ເນື້ອ​ໃນ ການ​ຮ່ວມ​ມື ​ໃນ​ຂົງ​ເຂດ ວຽກ​ງານ ສຸຂາ​ນາ​ໄມ ພື​ດ ​ແລະ ສັດ ​ເພື່ອ​ອຳນວຍ ຄວາມ​ສະດວກ ດ້ານ​ການ​ຄ້າ ​ໃນ​ຫຼາ​ຍລະດັບ ​ໂດຍ​ສະ​ເພາະ ​ໃນ​ລະ​ດັບ ​ເຂດ​ການ​ຄ້າ ຊາຍ​ແດນ, ວຽກ​ງານ ການ​ສ້າງ​ຕັ້ງ ວິ​ສາ​ຫະກິດ ປະສົມ (ດ້ານ​ແນວ​ພັນ ພືດ, ຝຸ່ນ ​ແລະ ສິນຄ້າ ​ເປັນ​ພືດ, ສັດ, ປ່າ​ໄມ້, ​ເຄື່ອງ​ປ່າຂອງ​ດົງ ​ແລະ ອື່ນໆ), ການ​ຄຸ້ມ​ຄອງ ປ່າ​ໄມ້ ​ແລະ ການ​ປຸງ​ແຕ່ງ​ໄມ້ ​ເພື່ອ​ສົ່ງ​ອອກ ​ແບບ​ຕ່ອງ​ໂສ້ ​ແລະ ​ໂດຍ​ຮັບ​ປະກັນ ຄວາມ​ໂປ່​ງ​ໃສ, ວຽກ​ງານ ສົ່ງ​ເສີມ ການບໍລິການ ​ເຕັກນິກ ​ແລະ ການຈັດຕັ້ງກຸ່ມ ​ແນ່​ໃສ່ ຍົກ​ລະດັບ ການ​ຜະລິດ ​ເປັນ​ສິນຄ້າ ​ແລະ ວຽກ​ງານ ​ໂຄງການ ຮ່ວມ​ມື ທີ່​ຕ້ອງ​ໄດ້​ສຶບຕໍ່​ປະຕິບັດ ​ໂຄງການ ຊົນລະປະທານ ນ້ຳຮາງ, ​ແຂວງ ຫົວພັນ ​ແລະ ຊົນລະປະທານ ຊຽງ​ຫວາງ, ​ແຂວງ ຄຳ​ມ່ວນ ​ແລະ ປັບປຸງ ລະບົບ​ ຊົນລະປະທານ ສະໜອງ​ນ້ຳ ​ໃນ​ເຂດ​ຈຸດ​ສຸມ ປູກ​ເຂົ້າ ດົງ​​ໂພ​ສີ ​ແລະ ທ່າ​ພະ ໜອງ​ພົງ).

  1. ການ​ປຶກສາ​ຫາລື ລະຫວ່າງ ສອງ ຂະ​ແໜງ​ການ ກະສິກຳ ​ແລະ ປ່າ​ໄມ້:

       IMG-20151225-WA0000 IMG-20151225-WA0003

ທ່ານ ດຣ. ພວງ​ປາຣິສັກ ປຣະວົງ​ວຽງ​ຄຳ, ລັ​ດຖ​ະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ຄະນະ ວິຊາ​ການ ຈຳນວນ 5 ທ່ານ ​ໄດ້​ເຂົ້າຢ້ຽມ ຂ່ຳນັບ ທ່ານ ກາວ ດຶກ ຟາດ, ລັດຖະມົນຕີ​ວ່າການ ກະຊວງ ກະສິກຳ ​ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ທີ່ ກະຊວງ ກະສິກຳ ​ແລະ ພັດທະນາ ຊົນນະບົດ. ​ໃນ​ວາລະ​ການ ພັບ​ປະ ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ສປປ ລາວ ​ໄດ້​ຍົກ​ບາງ​ ປະ​ເດັນ ບັນ​ຫາ ​ວຽກ​ຈຸດສຸມ ຮ່ວມມື ລະຫວ່າງ ສອງ ຂະ​ແໜງ​ການ ​ເປັນຕົ້ນ: ​ໂຄງການ ຊົນລະປະທານ ​ເປັນຕົ້ນ​ແມ່ນ ສຶບຕໍ່​ປັບປຸງ ໂຄງການ ທີ່​ມີ ​ໃນ​ປະຈຸ​ບັນ ​ແລະ ຍົກ​ລະດັບ​ເປັນ ​ໂຄງການ ຊົນ​ລະ​ກະ​ເສດ ​ແລະ ​ເລັ່ງສ້າງ​ໂຄງການ​ໃໝ່ ​ໃຫ້​ປະສິດທິ​ຜົນ ​ແລະ ຍືນ​ຍົງ ກວ່າ​ເກົ່າ, ຍົກ​ລະ​ດັບ ການ​ຄ້າ ​ຊາຍ​ແດນ ​ແລະ ການ​ສ້າງ​ຕັ້ງ ວິ​ສາ​ຫະກິດ ກະສິກຳ ຮ່ວມ​ມື ​ເພື່ອ​ຜະລິດ ສິນ​ຄ້າ ກະສິກຳ ສະອາດ.

ຈາກ​ນັ້ນ, ​ໃນ​ຕອນ​ບ່າຍ ຂອງ ວັນ​ດຽວ​ກັນ ​ໄດ້​ຈັດ​ກອງ​ປະຊຸມ ລາຍ​ງານ ຜົນ​ການ​ປະຊຸມ ຂອງ ຄະນະ​ວິຊາ​ການ ທັງ​ສອງ ທີ່​ໄດ້​ຕົກລົງ ​ໃນ​ຫຼັກການ ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ຍົກ​ລະດັບ ກາ​ນຮ່ວມ​ມື ​ໃນ​ຕໍ່ໜ້າ ​ໂດຍ​ການ​ເປັນ​ປະທານ ຮ່ວມ​ ຂອງ ທ່ານ ​ເລ ກວກ ​ແຊວ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ​ແລະ ທ່ານ ດຣ. ພວງ​ປາຣິສັກ ປຣະວົງວຽງຄຳ, ລັດຖະມົນ​ຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ສປປ ລາວ ພ້ອມ​ດ້ວຍ ບັນດາ ກົມ​ວິຊາ​ການ, ສະ​ຖາບັນ ຄົ້ນຄວ້າ ທັງ​ສອງ​ຝ່າຍ ​ເຂົ້າຮ່ວມ ​ແລະ ​ໄດ້​ປຶກສາ​ຫາລື ລົງ​ເລີກ ​ໃນ​ບາງ​ປະ​ເດັນ ບັນຫາ ດັ່ງ​ນີ້:

  1. ​ໂຄງການ ຊົນລະປະທານ:

–        ໂຄງການ ຊົນລະປະທານ ນ້ຳຮາງ, ​​ແຂວງ ຫົວພັນ ນັ້ນ, ກົມວິຊາ​ການ ທັງ​ສອງ ຝ່າຍ ​ໄດ້​ປະສານ​ສົມທົບ ປຶກສາ​ຫາ​ລື ​ແລະ ​ເບີ່​ງຄືນ ທັງ​ໝົດ ວຽກ​ການ​ສຶກສາ ​​ໂດຍ​ສະ​ເພາະ ດ້ານ​ມູນ​ຄ່າ ການ​ລົງທຶນ ເພື່ອ​ສະ​ເໜີ​ໃຫ້ ລັດຖະບານ ທັງ​ສອງ ຝ່າຍ ຮັບ​ຮອງ. ຊື່​ງທັງ​ສອງ​ຝ່າຍ ​ໄດ້​ຕົກລົງ ​ໃຫ້​ພັດທະນາ ​ເປັນ ​ໂຄງການ ຊົນ​ລະ​ກະ​ເສດ ​ເຮັດ​ການ ຜະລິດ ກະ​ເສດ​ສຸມ, ຜະລິດ​ເຂົ້າ ສອງ​ລະດູ ​ແລະ ພື​ດສິນຄ້າ ທີ່​ເປັນ ທ່າ​​ແຮງ.

–        ​ໂຄງການ ຊົນລະປະທານ ຊຽງ​ຫວາງ, ​ແຂວງ ຄຳ​ມ່ວນ ຝ່າຍ​ລາວ ​ແມ່ນ​ແຕ່ງຕັ້ງ ຄະນະ​ຮັບ​ຜິດ​ຊອບ ​ໂຄງການ ​ແລະ ກຽມພ້ອມ​ເຮັດ​ວຽກ ຮ່ວມ​ກັບ ​ແຂວງ ຮາ​ຕີງ, ສສ ຫວຽດນາມ ​ໃນ​ການ​ຈັດຕັ້ງປະຕິບັດ ​ໂຄງການ ດັ່ງ​ກ່າວ ​ໃນ​ສົກ​ປີ​ນີ້ ​ແລະ ​ໃນ​ຕໍ່ໜ້າ ​ເລັ່ງສຶກສາ ສຳ​ຫຼວດ ອອກ​ແບບ ​ເປັນ ​ໂຄງການ ຊົນ​ລະ​ກະ​ເສດ ​ເພື່ອ​ຜະລິດ ​ເປັນ​ສິນຄ້າ ​ຢ່າງ​ແຂງ​ແຮງ.

–        ​ໂຄງການ ຊົນລະປະທານ ດົງ​​ໂພ​ສີ-ທ່າ​ພະ​ໜອງ​ພົງ: ທາງ​ຝ່າຍ ຫວຽດນາມ ​ແມ່ນ​ເຫັນ​ດີ ພິຈາລະນາ ​ໃຫ້ການ​ສະໜັບສະໜູນ ງົບປະມານ ​ໃນການ ສ້ອມ​​ແປງ ​ແລະ ປ່ຽນ​ຖ່າຍ ຈັກສູ​ບນ້ຳ ​ໃນ​ມູນ​ຄ່າ 17,5 ຕື້​ດົງ. ສຳ​ລັບ​ແຜນການ ​​ໄລ​ຍະ​ຮິບ​ດ່ວນ, ທັງ​ສອງ ກົມ​ວິຊາ​ການ ​ໄດ້​ສົມທົບ​ກັນ ​ສ້າງ​ແຜນການ​ສະໜອງ​ນ້ຳ ​ໃຫ້​ທັນ​ກັບ ລະດູ​ການ​ຜະລິດ ນາ​ແຊງ ຂອງ ຊາວ​ກະສິກອນ ​ໃນ​ເຂດ ​ຈຸດ​ສຸມ ໂຄງການ ດັ່ງກ່າວ.

         ຊື່​ງ​ໃນ​ນີ້, ຝ່າຍ ລາວ​ໄດ້​ສະ​ເໜີ ​ກາ​ນສຶບຕໍ່ຮ່ວມ​ມື ​ແມ່ນ ​ເນັ້ນ​ໃສ່ ການ​ປະຕິບັດ ​ໂຄງການ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ຄວາມ​ຍືນ​ຍົງ ຂອງ ການ​ປະຕິບັດ ​ກິດ​ຈະ​ກຳ ຂອງ ໂຄງການ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈາກ ສສ. ຫວຽດນາມ.

  1. ການ​ຍົກລະດັບ ການ​ຄ້າ ​ເຂດ​ຊາຍ​ແດນ: ​ແນ່​ໃສ່ ​ເພື່ອປະຕິບັດ ຕົວ​ເລກ​ຄາດໝາຍ ການ​ຄ້າ-ການ​ລົງທຶນ​ນັ້ນ ທັງ​ສອງ ຝ່າຍ ​ໃຫ້​ບັນລຸ, ຊື່​ງທັງ​ສອງ​ຝ່າຍ ​ໄດ້​ປຶກສາ​ຫາລື ​ໃນ​ບັນຫາ ການສົ່ງ​ເສີມ ການ​ລົງທຶນ ​ໃນ​ເຂດ​ຊາຍ​ແດນ ​ໂດຍ​ສະ​ເພ​າະ ສິນຄ້າ ກະສິກຳ ທີ່ ທັງ​ສອງ​ຝ່າຍ ​ໄດ້​ມີ​ການ​ແລກປ່ຽນ ຮ່ວມ​ກັນ ທັງອັນ​ທີ່​ເປັນ​ທາງ​ການ ​ແລະ ບໍ່​ເປັນ​ທາງ​ການ (ການ​ຄ້າ​ຊາຍ​ແດນ)​ໃຫ້​ເຂົ້າສູ່ລະບົບ ​ໃນ​​ເງື່ອນ​ໄຂ ການ​ເຮັດ​ສັນຍາ ສະ​ເພາະ ສາມັກ​ຄີ ພິ​ເສດ ຮ່ວມ​ກັນ ຂອງ ສອງ​ປະ​ເທດ ​ໂດຍ​ກຳ​ນົດ ລາຍການ ສິນ​ຄ້າ ທີ່​ເປັນ​ທ່າ​ແຮງ ບຸລິ​ມະສີດ ຕິດ​ພັນ​ກັບ ການ​ສ້າງ ນະ​ໂຍບາຍ ດ້ານ ສຸ​ຂາ​ນາ​ໄມ ພືດ ​ແລະ ສັດ ​ແລະ ນະ​ໂຍບາຍ ອື່ນໆ ທີ່​ສາມາດ​ ​ເຈ​ລະ​ຈາ ​ແລະ ​ເຫັນ​ດີ ​ໃນ​ການ​ແລກປ່ຽນ ສິນຄ້າ. ບັນຫາ ສຳຄັນ ​ແມ່ນ​ຕ້ອງ ​ເປັນ​ເອກະ​ພາບ ກຳນົດ ຈຸດ​ດ່ານ ທາງ​ການ ​ແລະ ດ່ານ​ປະ​ເພນີ ​ແນ​ໃສ່ ອອກ​ລະບຽບ ດ້ານ​ສຸຂາ​ນາ​ໄມ ພືດ ​ແລະ ສັດ ​ໃຫ້​ແທດ​ເໝາະ ທີ່​ເປັນ​ເຄື່ອງມື ສາມາດ​ຊ່ວຍ ຍົກ​ລະດັບ ການ​ສົ່ງ​ອອກ ​ແລະ ​ແລກ​ປ່ຽນ ສິນຄ້າ ກະສິກຳ ​ແລະ ປ່າ​ໄມ້ ​ໃຫ້​ໄດ້ ​ແຂງ​ແ​ຮງ ກວ່າ​ເກົ່າ.
  2. ການ​ຄຸ້ມ​ຄອງ​ ຊັບພະຍາກອນ​ ປ່າ​ໄມ້ ທຳ​ມະ​ຊາດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະສັດປ່າ​ຫວງ​ຫ້າມ: ບົນ​ພື້ນຖານ ການປຶກສາ​ຫາລື ​ແລະ ​​ກຳນົດ ​ມາດຕະການ ຂອງ ກົມ​ປ່າ​ໄມ້​ ທັງ​ສອງ​ຝ່າຍ ​​ໄດ້​ເນັ້ນ​ໃສ່ ການຄຸ້ມ​ຄອງ ປ່າ​ໄມ້, ​ເຄື່ອງ​ປ່າ​ຂອງດົງ ​ແລະ ການ​ຄ້າຂາຍ ​ໄມ້, ຜະລິດ​ຕະພັນ​ໄມ້, ​ເຄື່​ອງປ່າຂອງ​ດົງ ​ໃຫ້​​ເປັນ​ລະບົບ ຕ່ອງ​​ໂສ້ ​ແລະ ​ໂປ່​ງ​ໃສ ກວ່າ​ເກົ່າ ເພື່ອ​ເປັນ​ບ່ອນ​ອີງ ​ໃຫ້​ແກ່ ວິຊາ​ການ ທັງ​ສອງ​ຝ່າຍ ຈັດຕັ້ງ​ຜັນ​ຂະ​ຫຍາ​ຍ ​ເປັນ​ໂຄງການ ລະອຽດ ​ໂດຍ​ສະ​ເພາະ ການ​ຮັບປະກັນ ການ​ສະໜອງ​ ວັດ​ຖຸດິບ ​ແລະ/ຫຼື ການ​ສົ່ງ​ອອກ ສິນຄ້າ ຜະລິດ​ຕະພັນ​ໄມ້ ​ແລະ ​ເຄື່ອງ​ປ່າ​ຂອງ​ດົງ ​ໃຫ້​ມີ​ຄວາມ​​ໂປ່​ງ​ໃສ, ຖືກ​ກົດໝາຍ ​ແລະ ຮັບປະກັນ ຜົນ​ປະ​ໂຫຍ​ດ ຂອງ ທັງ​ສອງ​ຝ່າຍ, ຊື່​ງບັນຫາ ດັ່ງກາວ ຕິດ​ພັນ​ກັບ ວຽກ​ງານ ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ​​ໃນເຂດຊາຍ​ແດນ ​ໂດຍ​ສະ​ເພາະ ການ​ປ້ອງ​ກັນ ການ​ຄ້າ-ຂາຍ ​ໄມ້, ສັດປ່າ​ ຫວງ​ຫ້າມ, ອາວຸດ ​ແລະ ຢາ​ເສບ​ຕິດ ທີ່ຜິດ​ ກົດໝາຍ ຂອງ ກຸ່ມ​ຄົນ​ບໍ່ດີ ຈຳນວນ​ໜື່ງ. ​ເຮັດ​ແນວ​ນີ້ ​ແມ່ນ​ສ້າງ​ເງື່ອນ​ໄຂ ຄຸ້ມ​ຄອງ ປ່າ​ໄມ້ ຕາມ​ເຂດ​ຊາຍ​ແດນ ​ໃຫ້​ຍືນ​ຍົງ ​ແລະ ​ເປັນ​ແຫຼ່ງລາຍ​ຮັບ ທີ່​ຖື​ກຕ້ອງ ຕາມ​ກົດໝາຍ ​ແນ່​ໃສ່ ປະກອບສ່ວນ ​ແກ່​ໄຂ ຄວາມທຸກ​ຍາກ ຂອງ ປະຊາຊົນ ​ເຂດ​ດັ່ງກ່າວ.
  3. ການ​ສ້າງ ຕັ້ງວິ​ສາ​ຫະກິດ ກະສິກຳ ປະສົມ: ບົນ​ພື້ນຖານ ​ເນື້ອ​ໃນ ຈິດ​ໃຈ ຂອງ ການ​ນຳ ລັດຖະບານ ຂອງ ທັງ​ສອງ​ຝ່າຍ ນັ້ນ ​ແມ່ນ ​ໃຫ້​ບຸລິ​ມະສິດ ​ແກ່ ນັກ​ລົງທຶນ ສສ. ຫວຽດນາມ ລົງທຶນ​ໃສ່ ​ໂຄງການ ຜະລິດ ສິນຄ້າ ກະສິກຳ ​ແລະ ປ່າ​ໄມ້. ຕໍ່​ເນື້ອ​ໃນ ຈິ​ດ​ໃຈ ດັ່ງກ່າວ ສະ​ຖາ​ບັນ ຄົ້ນຄວ້າ ກະສິກຳ ​ແລະ ປ່າ​ໄມ້ ທັງ​ສອງຝ່າຍ​ ໄດ້​ປຶກສາ​ຫາລື ​​ແລະ ຫາ​ຊ່ອງທາງ ໃນ​ການ ຮ່ວມ​ມື ​ລົງທຶນ ​ໃນ​ວຽກ ການ​ຜະລິດ ​​ແນວ​ພັນ​ພືດ ​ແລະ ສັດ (​ເຂົ້າ, ສາລີ ​ແລະ ​ສັດ) ທີ່ ​ເຫັນ​ວ່າ ​ເປັນ​ທ່າ​ແຮງ ສາມາດ ສະໜອງ​ພາຍ​ໃນ ​ແລະ ສົ່ງ​ອອກ ​ໃນ​ອານາ​ຄົດ. ພ້ອມ​ດຽວກັນ​ນີ້, ກໍ່​ເພື່ອ​ເປັນ​ຊຸກຍູ້ ປະກອບສ່ວນ ສົ່ງ​ເສີມ ການ​ຜະລິດ ​ເປັນ​ສິນຄ້າ.

ບັນຫາ ທີ່​ກ່າວ​ມາ​ ຂ້າງ​ເທີ​ງນີ້ ທັງ​ສອງ ຝ່າຍ ​ໄດ້​ຕົກລົງ ​​ໃນ​ຫຼັກການ ສ້າງ​ເປັນ ຂອບ​ການ​ຮ່ວມ​ມື ລວມ (Frame Agreement) ​​ແລະ ຈະ​ຄົ້ນຄວ້າ ​ສ້າງ​ເປັນ​ບັນຊີ ​ໂຄງການ ທີ່​ຈະ​ໄດ້​ພ້ອມ​ກັນ ຈັດຕັ້ງປະ​ຕິ​ບັດ ໃຫ້ສຳ​ເລັດ ​ໃນ​ເດືອນ ມີນາ 2016 ​ແລະ ລາຍ​ງານ ການ​ນຳ ກະຊວງ ຂອງ ທັງ​ສອງ​ຝ່າຍ ຮັບ​ຊາບ ​ແລະ ເພື່ອ​ເປັນ​ບ່ອນ​ອີງ ​ໃນ​ການ ປຶກສາ​ຫາລື ສ້າງ​​​ເປັນ​ໂຄງການ ລະອຽດ ​ໄປ​ຕາມ​ຂອບ ການ​ຮ່ວມ​ມື ດັ່ງກ່າວ ​ແລະ ທັງ​ສອງ​ຝ່າຍ ​ເຫັນ​ດີ ຈະ​ເອົາ​ເຂົ້າ​ໃນ​ວາລະ ການ​ປະຊຸມ ຂອງ ສອງ ກະຊວງ ທີ່ ຈະ​ຈັດ​ຂື້ນ​ໃນ ​ເດືອນ ກໍລະກົດ 2016 ທີ່ ນະຄອນຫຼວງ​ຮ່າ​ໂນ້ຍ, ສສ. ຫວຽດນາມ.

ພ້ອມ​ດຽວກັນ​ນີ້, ທັງ​ສອງ​ຝ່າຍ ​ເຫັນ​ດີ ​ເປັນ​ເອກະ​ພາບ ​​ແຕ່ງຕັ້ງ ຜູ້​ປະສານ​ງານ ຂອງ ​ແຕ່​ລະ​ກົມວິຊາ​ການ, ສະ​ຖາ​ບັນ ​ເພື່ອ​ເປັນ​ຄູ່​ປະສານ​ງານ ​ໂດຍ​ກົງ ຂອງ​ແຕ່​ລະ​ຝ່າຍ ​ໂດຍ​ແມ່ນ ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ສປປ ລາວ ​ແລະ ກົມ​ຮ່ວມ​ມື​ສາກົນ, ກະຊວງ ກະສິກຳ ​ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ​ເປັນ​ໃຈກາງ ​ແລະ ​ເປັນ​ເຈົ້າການ ​ໃນ​ຊຸກຍູ້, ຕິດຕາມ ບັນດາ ກົມ​ວິຊາ​ການ, ສະ​ຖາ​ບັນ ຂອງ ​ແຕ່ລະ​ຝ່າຍ ​ໃຫ້​ເຄື່ອນ​ໄຫວ ວຽກ​ງານ ​ໃນ​ຂອບ ຂອງ ​ໂຄງການ ຮ່ວມ​ມື ທີ່​ໄດ້​ຕົກລົງ​ກັນ​ໄວ້.

ຂຽນໂດຍ: ທິບພະວົງ ອຸນຫຼ້າ

ອັບເດດໂດຍ ພອນໄຊ ສີສົງຄາມ

ພະແນກຂ່າວສານກະສິກຳ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ