ກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດ ແລະ ປະສົບການທາງດ້ານການອະນຸລັກ ແລະ ການນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນ

              IMG_39700     IMG_39744

             ປະຈຸບັນແນວພັນພື້ນເມືອງຂອງລາວ ກໍ່ຄືໃນກຸ່ມອາຊຽນ ນັບມື້ນັບຫຼຸດລົງ ອັນເນື່ອງມາຈາກຫຼາຍປັດໃຈທີ່ເປັນສາເຫດເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຈູດປ່າ, ການຈັດສັນທີ່ດີນ, ແນວພັນໃໝ່, ການຄ້າ ແລະ ການຕະຫຼາດ ທີ່ສົ່ງຜົນເຮັດໃຫ້ແນວພັນພື້ນບ້ານມີການສູນເສຍ. ໃນລະຫວ່າງວັນທີ 25-27 ກັນຍາ 2018 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ບໍລິສັດຄົ້ນຄວ້າ ແລະ ໃຫ້ຄຳປຶກສາມິດຊູບິຊິ; ກອງທຶນເຊື່ອມໂຍງລາວ-ຢີ່ປຸ່ນ ແລະ ຄູ່ຮ່ວມມືດ້ານເສດຖະກິດອາຊຽນ-ຢີ່ປຸ່ນ ໄດ້ຈັດກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນຂຶ້ນ ທີ່ໂຮງແຮມ ນິວໂຣດ (Newrose). ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ປອ ໃຈ ບຸນພະມີໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ທ່ານ ສາດສະດາ ຈານ ໂຕຊິໂອະ ອັນໂດະ (prof. Toshio ANDO) ມະຫາວິທະຍາໄລຊີບາ, ປະເທດ ຢີ່ປຸ່ນ. ເຊິ່ງມີສະມາຊິກໃນກຸ່ມປະເທດອາຊຽນ (ປະເທດອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ຫວຽດ ນາມ, ກຳປູເຈຍ ແລະ ປະເທດລາວ) ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 13 ທ່ານ.

             IMG_4021

              ກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມ ແລະ ສະໜັບສະໜູນໃນການແລກປ່ຽນຄວາມຮູ້, ປະສົບການ, ການພັດທະນາບຸກຄະລາກອນ ໂດຍສະເພາະນັກອະນຸລັກພັນທຸກຳພືດ ແລະ ນັກປັບ ປຸງພັນຂອງປະເທດໃນກຸ່ມອາຊຽນ ເຊິ່ງຈະຊ່ວຍໃຫ້ແຕ່ລະປະເທດສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດໄດ້ໃນອານາຄົດ. ນອກຈາກນີ້, ກໍ່ເພື່ອແລກປ່ຽນຜົນການຈັດຕັ້ງປະຕິບັດ ແລະ ປະ ສົບການທາງດ້ານການອະນຸລັກ ແລະ ການນຳໃຊ້ທາງດ້ານພັນທຸກຳພືດທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນໃຫ້ມີຄວາມຍືນຍົງ ແລະ ການພັດທະນາບຸກຄະລາກອນທາງດ້ານການອະນຸລັກແນວພັນພື້ນ ເມືອງ ແລະ ການນຳໃຊ້ຄວາມຫຼາກຫຼາຍທາງດ້ານພັນທຸກຳໃນການປັບປຸງແນວພັນ ທີ່ສາມາດຈະ ເລີນເຕີບໂຕໄດ້ດີໃນສະພາບແວດລ້ອມທີ່ມີການປ່ຽນແປງ, ຕ້ານທານຕໍ່ພະຍາດ ແລະ ແມງໄມ້. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 3 ວັນ.

                                        ​ໂດຍ: ​ເຂັມ​ມະ​ໄລ ສົນດາ​ວັນ.

                                        ກວດ​ແກ້: ຂັນ​ຄຳ​ອ້ວນ​ອຸດົມ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ