ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ

IMG_8687

      ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ  ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     IMG_8706

    ຈຸດປະສົງກອງປະຊຸມເພື່ອເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຢ່າງເປັນທາງການ, ລາຍງານສະພາບລວມຂອງໂຄງການ ໃນການກະກຽມເນື້ອໃນຕ່າງໆເພື່ອຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ລະຫວ່າງຜູ້ໃຫ້ທຶນ ກັບບັນດາຄະນະຊີ້ນໍາໂຄງການ ແຕ່ລະຂັ້ນເພື່ອຄວາມເປັນເອກະພາບກອບແນວຄວາມຄິດຂອງໂຄງການກໍ່ຄືວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ທ່ານ ຄອນສະຫວັນ ວົງໄຊ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງ ໄດ້ຂຶ້ນລາຍງານວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ຈໍານວນ 4,7 ລ້ານເອີໂຣ, ອົງການພັດທະນາປະເທດຝລັ່ງ 1 ລ້ານເອີໂຣ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວຽກງານກະສິກໍາ-ໂພຊະນາການ4 ມາດຕະການໃນຍຸດທະສາດໂພຊະນາການແຫ່ງຊາດຂອງຂະແໜງການກະສິີກໍາ ແລະປ່າໄມ້ ຢູ່ 4 ແຂວງເປົ້າໝາຍຄື ແຂວງຜົ້ງສາລີ 2 ເມືອງ, ແຂວງຫົວພັນ 1 ເມືອງ ແລະແຂວງຫຼວງພະບາງ 7 ເມືອງ ແລະແຂວງຫຼວງນໍ້າທາ 1 ເມືອງ. ສໍາລັບປີທີ 1-2 ແມ່ນຈະຈັດຕັ້ງປະຕິບັດທົດລອງຢູ່ 7 ເມືອງຂອງແຂວງຫຼວງພະບາງ ສໍາລັບປີທີ 3 ແມ່ນຈະຈັດຕັ້ງປະຕິບັດບັນດາເມືອງເປົ້າໝາຍທີ່ຍັງເຫຼືອ ຊື່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ ເລີ່ມແຕ່ປີ 2018-2022. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນ ຕາມແຜນການຂອງໂຄງການໄດ້ວາງໄວ້.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ 13/02/2019

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ