ກອງປະຊຸມສຳມະນາລະດັບຊາດ ການພັດທະນາຊົນນະບົດແບບມີສ່ວນຮ່ວມຢູ່ ສປປ ລາວ

IMG_869555

         ອົງການກອຍກາ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສຳມະນາລະດັບຊາດ ການພັດທະນາຊົນນະບົດແບບມີສ່ວນຮ່ວມຂຶ້ນ ໃນວັນທີ 15-17 ພຶດສະພາ 2019 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກປ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກປ, ທ່ານ ນາງ ລີທີຢຸນ ປະທານອົງການກອຍກາ ແຫ່ງ ສ.ເກົາຫຼີ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນ, ຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະແນກ ກປ ແຂວງ, ນະຄອນຫຼວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       IMG_870222

     ໃນກອງປະຊຸມ ທ່ານ ປອ ລຽນ ທີແກ້ວ ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສ.ເກົາຫຼີ ໄດ້ຕົກລົງເຫັນດີຮ່ວມກັນດໍາເນີນໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມຕາມຫຼັກການ ແຊມາອຸນດົງ ໃນປີ 2013 , ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ປີ 2014-2019 ຢູ່ 2ແຂວງເປົ້າໝາຍ, 6ເມືອງ ແລະ 30ບ້ານ. ຜ່ານມາການນໍາຂັ້ນສູງຂອງລາວເຮົາ ໄດ້ຕີລາຄາສູງວ່າ ໂຄງການດັ່ງກ່າວ ເປັນໂຄງການທີ່ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດແບບຍືນຍົງ. ເຊິ່ງໂຄງການນີ້ໄດ້ເນັ້ນໃສ່ສົ່ງເສີມຄວາມເປັນເຈົ້າການຂອງຊາວກະສິກອນ, ສ້າງໃຫ້ຄົນຊົນນະບົດເປັນເຈົ້າຊົນນະບົດຕາມທິດເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ້ທື່ອລະກ້າວ, ມັນໄດ້ສ້າງຄວາມຮູ້ໃໝ່ໃຫ້ແກ່ພະນັກງານພາຍໃນບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນຮາກຖານ ກໍ່ຄືຊຸມຊົນ ກ່ຽວກັບການພັດທະນາຊົນນະບົດໃໝ່ ໄດ້ຮັບການປຸກລະດົມຄວາມຕື່ນຕົວເປັນເຈົ້າສະໝັກໃຈເຂົ້າຮ່ວມແກ້ໄຂບັນຫາຂອງຕົນເອງ ໂດຍອີງໃສ່ຊັບພະຍາກອນທີ່ມີ, ແຮງງານ ແລະ ປັດໃຈອື່ນຂອງຄອບຄົວ, ບໍ່ເອື່ອຍອີງລໍຖ້າ ຊ່ວຍເຫຼືອຈາກພາຍນອກ ແລະ ຂັ້ນເທິງເປັນຕົ້ນຕໍ.

IMG_87211

      ໃນໂອກາດດຽວກັນ ທ່ານ ສົມດີ ດວງດີ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຮ່ວມກັນລະຫວ່າງກະຊວງ ກະສິກຳ ແລະ ປ່າໄມ້ ແລະ ອົງການກອຍກາປະຈໍາລາວ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ກາຍເປັນຕົວແບບຂອງການພັດທະນາຊົນນະບົດໃນໄລຍະໃໝ່ ທີ່ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນ ເນັ້ນໃສ່ການມີສ່ວນຮ່ວມພັດທະນາຂອງທ້ອງຖິ່ນຮາກຖານຂຶ້ນມາ, ພ້ອມດຽວກັນນັ້ນກໍ່ຕີລາຄາສູງຕໍ່ໂຄງການດັ່ງກ່າວແມ່ນມີໝາກຜົນ ສ້າງຄວາມຢູ່ດີ ກິນດີ ໃຫ້ແກ່ປະຊາຊົນຢ່າງແທ້ຈິງ ເປັນການປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າຂອງຊຸມຊົນ. ນອກຈາກນີ້ໂຄງການພັດທະນາແບບມີສ່ວນຮ່ວມຂອງປະຊາຊົນ ຍັງເປັນໂຄງການທີ່ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ VIII ແລະ ແຜນພັດທະນາຂະແໜງການກະສິກໍາ, ປ່າໄມ້ ແລະ ພັດດທະນາຊົນນະບົດ ແຕ່ປີ 2016 ຮອດປີ 2020; ການພັດທະນາຮູບແບບມີສ່ວນຮ່ວມນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດບັນດາຕົວຊີ້ບອກ ທີ່ໄດ້ກໍານົດໄວ້ ໃນບົດແນະນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດດໍາລັດເລກທີ 348/ລບ, ລົງວັນທີ 16ພະຈິກ2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໄດ້ປະກອບສາວນຢ່າງຕັ້ງໜ້າໃນການພັດທະນາຊົນນະບົດໃໝ່ ແລະ ການເປັນໂຄງການຕົວແບບ ໃນການພັດທະນາຄຸນນະພາບຊີວິດ ຂອງປະຊໍາຊົນບັນດາເຜົ່າ ຕາມຮູບແບບແຊມາອຸນດົງ ຂອງ ສ.ເກົາຫຼີ ທີ່ເຊື່ອມໂຍງກັບນະໂຍບາຍ 3ສ້າງ, ເຊິ່ງ 2ນະໂຍບາຍດັ່ງກ່າວນີ້ ມີລັກສະນະຄ້າຍຄືກັນ.

Untitled-22 IMG_879333

       ທ່ານ ຮອງນາຍົກ ກ່າວຕື່ມວ່າ: ກອງປະຊຸມສໍາມະນາລະດັບຊາດໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃນໄລຍະໃໝ່ ເພາະວ່າບົດຮຽນຈາກການທົດລອງ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີການຊີ້ນໍາບັນຊາແບບລວມສູນ ເປັນເອກະພາບ ແລະ ມີການແບ່ງ ຄວາມຮັບຜິດຊອບ,ແບ່້ງຂັ້ນຄຸ້ມຄອງໃນແຕ່ລະຂັ້ນ, ຈຶ່ງຖືໄດ້ວ່າຂະບວນການທີ່ມີສ່ວນຮ່ວມ ແລະ ການປະສານສົມທົບທີ່ກົມກືນ ຂອງອົງການປົກຄອງຂອງລັດ, ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນຕ່າງໆຂອງສັງຄົມ ຕາມຫຼັກການພັດທະນາຊົນນະບົດແບບຮອບດ້ານ ທີ່ດໍາເນີນໄປຕາມແຜນການອັນດຽວ, ລະບົບບັນຊາລວມສູນ ເປັນເອກະພາບທີ່ເຕົ້າໂຮມເອົາຫຼາຍພາກສ່ວນ ເຂົ້າມາມີສ່ວນຮ່ວມ, ໂດຍຖືເອົາການສ້າງຄວາມເປັນເຈົ້າການ ແລະ ຄວາມເຂັ້ມແຂງໃຫ້ປະຊາຊົນຮາກຖານທ້ອງຖິ່ນເປັນເປົ້າໝາຍ. ດັ່ງນັ້ນ, ຂະບວນການແຊມາອຸນດົງ ຈຶ່ງມິີຄວາມສອດຄ່ອງສູງກັບຫຼັກກການພັດທະນາ ແບບຊຸມຊົນເປັນເຈົ້າ ໂດຍສະເພາະແມ່ນມີຄວາມສອດຄ່ອງສູງສຸດກັບກົນໄກ 3ສ້າງທີ່ແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ ເຊິ່ງເປັນປັດໃຈຕັດສິນຜົນສໍາເລັດຂອງການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກຢູ່ປະເທດເຮົາ ຕາມ 4 ເນື້ອໃນ 4 ຄາດໝາຍ.

IMG_88066

       ພ້ອມດຽວກັນນີ້ ທ່ານ ຄໍາບຸນນັດ ໄດ້ລາຍງານເຖິງຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກໂຄງການດັ່ງກ່າວວ່າ: ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ ແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະ ບານ ສ.ເກົາຫຼີ ໃນມູນຄ່າ 14,55 ລ້ານໂດລາສະຫະລັດ, ເຊິ່ງມີການທົດລອງປະຕິບັດຢູ່ 30 ບ້ານ ຂອງເມືອງໂພນໂຮງ, ເມືອງວຽງຄໍາ, ເມືອງ ແກ້ວອຸດົມ, ເມືອງຫີນເຫີບ ແຂວງ ວຽງຈັນ ແລະ ເມືອງ ຈໍາພອນ, ເມືອງ ສອງຄອນ ແຂວງສະຫວັນນະເຂດ. ຈາກການຈັດຕັ້ງປະຕິບັດຜ່ານມາເຫັນວ່າ ປະຊາຊົນໄດ້ຮັບຄວາມຮູ້ໃໝ່ໆ, ມີຄວາມຕື່ນຕົວສະໝັກໃຈເປັນເຈົ້າການໃນການພັດທະນາ, ແກ້ໄຂບັນຫາຂອງຕົນເອງໃນຊຸມຊົນຫຼາຍຂຶ້ນ, ບ້ານເປົ້າໝາຍມີການພັດທະນາ, ປະຊາຊົນມີລາຍຮັບເພີ່ມຂຶ້ນ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງມີຄຸນນະພາບ ແລະ ຍືນຍົງດີຂຶ້ນກວ່າເກົ່າຢ່າງຈະແຈ້ງ. ເຊິ່ງສາມາດຕີລາຄາໄດ້ວ່າ ໂຄງການດັ່ງກ່າວມີໝາກຜົນ ແລະ ບັນລຸຕາມຈຸດປະສົງເປົ້າໝາຍເປັນຢ່າງດີ, ມີຄວາມເໝາະສົມສອດຄ່ອງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາຊົນນະບົດຢູ່ປະເທດເຮົາ. ດ້ານກິດ ຈະກຳຂອງໂຄງການມີຢູ່ 5 ກິດຈະກຳຄື: ກິດຈະກຳສ້າງພື້ນຖານໂຄງລ່າງເສດຖະກິດ, ວັດທະນະທໍາ-ສັງຄົມ ເປັນຕົ້ນແມ່ນ ສ້າງຝາຍອ່າງເກັບນໍ້າ, ປັບປຸງທີ່ພັກອາໃສໃຫ້ໜ້າຢູ່; ກິດຈະກຳສ້າງລາຍຮັບໃຫ້ປະຊາຊົນລວມມີ ລ້ຽງງົວເປັນສິນຄ້າ, ປູກໄມ້ໃຫ້ໝາກ, ສົ່ງເສີມການເ  ຮັດກະສິກຳປູກຝັງໃນເຮືອນຮົ່ມ ແລະ ອື່ນໆ; ກິດຈະກຳປັບປຸງສະພາບແວດລ້ອມ ດ້ວຍການສ້າງສູນວັດທະນະທໍາ ຫຼື ສະໂມສອນອະເນກປະສົງ, ສະໜາມກິລາບ້ານ ເຫຼົ່ານີ້ເປັນຕົ້ນ; ກິດຈະກຳພັດທະນາວັດທະນະທໍາສັງ ຄົມເຊັ່ນ: ຈັດຕັ້ງແບ່ງງານຂອງຊຸມຊົນ, ສົ່ງເສີມຂະບວນການແຂ່ງຂັນສີລະປະ ແລະ ກິດຈະກຳສົ່ງ ເສີມສຸຂະ ພາບ.

Untitled-11  IMG_87600

        ນອກຈາກນີ້, ຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ ຢູ່ ສປປ ລາວ ລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ກັບ ອົງການກອຍກາ ໂດຍຈະໄດ້ຈັດຕັ້ງປະຕິບັດ​​ໂຄງການຢູ່ 3 ແຂວງເປົ້າໝາຍຄື: ແຂວງ ຈຳປາ​ສັກ, ສາລະ​ວັນ ​ແລະ ​ແຂວງ ​ເຊ​ກອງ.

ໂດຍ: ເຂັມມະໄລ ສົນດາວັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ