ກອງປະຊຸມສາກົນກ່ຽວກັບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມື 3 ຝ່າຍ

 

25577303_10155356414483981_1045726257_o

ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຮ່ວມກັບລັດຖະບານບຼາຊິນ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ຫ້ອງການປະສານງານຮ່ວມມືໃຕ້-ໃຕ້ ຂອງອົງການສະຫະປະຊາຊາດ  ແລະ ອົງ ການທີ່ດິນສາກົນ ຮ່ວມ​ກັນຈັດກອງປະຊຸມສາກົນກ່ຽວກັບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມື 3 ຝ່າຍຂຶ້ນ ໃນລະຫວ່າງວັນທີ 18-24 ພະຈິກ 2017, ທີ່ນະຄອນຫຼວງບຼາຊິເລຍ, ປະເທດບຼາຊິນ, ພາຍໃຕ້ຫົວຂໍ້: “ການນຳໃຊ້ນະວັດຕະກຳ​ໃໝ່ຢູ່ໃນໂລກ ເພື່ອສະໜັບສະໜູນການພັດທະນາຊົນນະບົດ”. ໃຫ້ກຽດເປັນປະທານໄຂກອງປະຊຸມ ​ໂດຍທ່ານ ​ແຮນຣິກ ດອຍ​ໂກ ​ເດີ ​ໂອ​ລີ​ເວຍຣາ ລັດຖະມົນຕີກະຊວງແຜນການ, ການພັດທະນາ ແລະ ການບໍລິຫານຂອງປະເທດບຼາຊິນ, ທ່ານ ​ໄບຼ​ໂຣ ບ໊ອກສ ​ແມ​ກຈີ ລັດຖະມົນຕີກະຊວງກະສິກຳ, ການລ້ຽງສັດ ແລະ ການສະໜອງອາຫານ ຂອງ ປະເທດບຼາຊິນ ແລະ ທ່ານ ຈີວ​ເບີດ ​ເອັຟ ຮຸງ​ໂບ ປະທານກອງທຶນສາກົນເພື່ອການພັດທະນາກະສິກຳ, ມີຜູ້ເຂົ້າຮ່ວມທັງໝົດ 350 ກວ່າທ່ານ, ໃນນີ້ ມີທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ, ຊ່ຽວຊານ ແລະ ພະນັກງານອາວຸໂສ ທີ່ມາຈາກບັນດາປະເທດສະມາຊິກຂອງ IFAD, ອົງການຈັດ ຕັ້ງສາກົນ, ສະຖາບັນການເງິນສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງທາງສັງຄົມ, ພາກທຸລະກິດ ແລະ ອື່ນໆ. ສຳລັບ ສປປລາວ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ 2 ທ່ານເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບ ການຮ່ວມມື ແລະ ຊ່ວຍເຫຼືອດ້ານວິຊາການຢູ່ໃນຂົງເຂດພາກພື້ນ ແລະ ໃນໂລກ ໂດຍຜ່ານການຮ່ວມມືແບບສອງຝ່າຍ, ຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ເພື່ອກຳນົດມາດຕະການໃນການພັດທະນາຢູ່ 3 ຂົງເຂດວຽກງານທີ່ສໍາຄັນຄື: (1). ການຍົກສະມັດຕະພາບການຜະລິດກະສິກຳ ໂດຍເນັ້ນໃສ່ການຄຸ້ມຄອງນ້ຳ; (2). ການນຳໃຊ້ຂໍ້ມູນຂ່າວສານດ້ານເຕັກໂນໂລຊີເພື່ອການກະສິກຳ ແລະ ການພັດທະນາຊົນນະບົດ ໂດຍສະເພາະແມ່ນການພັດທະນາໄວໜຸ່ມໃນເຂດຊົນນະບົດ; ແລະ (3). ການສົ່ງເສີມການລົງທຶນໃນບັນດາປະເທດກຳລັງພັດທະນາ ແລະ ອື່ນໆ.

                                                                   ນະຄອນຫຼວງວຽງຈັນ, ວັນ​ທີ 18 ທັນວາ 2017.

ຮຽບຮຽງ: ​ເຂັມ​ມະ​ໄລ ສົນ​ດານ.

ກວດ​ແກ້:ທ່ານ ນ. ປ້ອມ ພັນທະ​ວົງ.

 

 

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ