ກອງປະຊຸມສະໄໝສາມັນ ຄັ້ງທີ XVI ຂອງສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນ້ຳເທີນ 2

​          IMG_78300

ໃນ​ວັນ​ທີ 7 ມັງກອນ 2019 ນີ້ ທີ່​ຫ້ອງການ​ປົກຄອງ​ເມືອງຄຳ​ເກີດ ​ແຂວງ ບໍລິ​ຄຳ​ໄຊ, ສະພາ​ບໍລິຫານ​ອົງ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນໍ້າ ນ້ຳ​ເທີນ 2 ​(ອຄປ.ທ2) ໄດ້​ຈັດ​ກອງ​ປະຊຸມ​ສະ​ໄໝສາມັນ ຄັ້ງທີ XVI ຂຶ້ນ. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ທັງ​ເປັນ​ປະທານ​ສະ ພາ​ບໍລິຫານ ອຄປ.ທ2, ​ເຊິ່ງມີ​ທ່ານ ທອງ​ພັດ ວົງ​ມະນີ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ຮອງປະ ທານ​ສະພາ​ບໍລິຫານ ອຄປ.ທ2; ທ່ານ ບຸນ​ເສັງ ປະ​ທຳ​ມະ​ວົງ ຮອງ​ເຈົ້າ​ແຂວງໆບໍລິ​ຄຳ​ໄຊ, ຮອງປະທານ​ສະພາ​ບໍລິຫານ ອ ຄປ.ທ2, ທ່ານ​ເຈົ້າ​ເມືອງໆຄຳ​ເກີດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມທັງໝົດ 29 ທ່ານ.

IMG_7856

​ໃນ​ທີ່​ປະຊຸມ​​ໄດ້ຮັບຟັງ, ພິຈາລະນາ ​ແລະ ຮັບຮອງ​ເອົາຮ່າງບົດ​ສະຫຼຸບ​ລາຍ​ງານ ​ຜົນ​ການຈັດ ຕັ້ງປະຕິບັດ​ແຜນການ-ງົບປະມານ ປະຈຳ​ປີ 2018; ຮ່າງ​ແຜນການ ປະຈຳ​ປີ 2019-2020; ບົດ​ລາຍ​ງານ​ຂອງ​ຄະນະ​ກວດກາ​ເອກະລາດ​ຄື: ຄະນະ​ຊ່ຽວຊານ​ທີ່​ປຶກສາ (POE), ຄະນະ​ກວດກາ​ເອກະ ລາດ​ຂອງ​ອົງການ IMA, ການກວດ​ສອບ​ບັນຊີ​ປະຈຳ​ປີ 2016 ​ແລະ 2017, ການ​ຄັດ​ເລືອກ​ພະນັກ​ງານ, ສະ​ເໜີຜົນງານ​ຂອງ​ກຸ່ມ​ຊ່ຽວຊານ. ຫຼງຈາກ​ນັ້ນ, ກໍ່​ໄດ້​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ.

​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ​ປະທານ​ໄດ້​ເນັ້ນໜັກບາງ​ບັນຫາ​ເຊັ່ນ: ​​ໃນ​ປີ 2019-2020 ນີ້ຕາມ​ແຜນ​ຈະ​ຕ້ອງ​ໄດ້​ແກ້​ໄຂຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃນ 50 ບ້ານ ​ໂດຍ​​ໃຫ້ທ້ອງ​ຖິ່ນ ​ແລະ ປະຊາຊົນ​ເປັນ​ເຈົ້າ ສິ່ງ​ສຳຄັນ​ຈັດຕັ້ງປະຕິບັດ​ແຜນການ​ໃຫ້​ສຳ​ເລັດ ຕ້ອງ​ກຳນົດ​ມາດ​ຕະການ​ໃຫ້​ລະອຽດ ​ໂດຍ​ສະ​ເພາະ​ແມ່ນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ປູກ​ຈິດ​ສຳນຶກ​ໃຫ້​ອະນຸຊົນ​ລຸ້ນຫຼັງຮູ້ຈັກ​ປົກ​ປັກຮັກສາຊັບພະຍາກອນທຳ​ມະ​ຊາດ, ​ຖອດ​ຖອນ​ບົດຮຽນນຳພາ​ກສ່ວນ​ອື່ນ, ສົ່ງ​ທີ​ມງານ​ລົງ​ສົມທົບ​ກັບ​ເມືອງ​, ​ເລັ່ງສ້າງ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ-ນໍ້າ​ເທີນ ​ເປັນ​ອຸທິຍານ ​ແຫ່ງ​ຊາດ ​ໂດຍ​ມອບ​ໃຫ້​ກົມ​ປ່າ​ໄມ້ຄົ້ນຄ້ວາ ​ແລະ ສ້າງ​ດຳລັດ ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານຢ່າງ​ເປັນ​ລະບົບ.

IMG_7855

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ