ກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນການ ປີ 2019

IMG_1

         ໂຄງການ​ກະສິກຳ​ເພື່ອ​ໂພຊະ​ນາ​ການ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 09 ​ເດືອນ ​ແລະ ຜ່ານ​ແຜນ​ປີ 2019 ຂຶ້ນ ​ໃນ​ວັນ​ທີ 08 ພະຈິກ 2018 ທີ່​ຫ້ອງ​ປະຊຸມ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ບໍລິ​ຄຳ​ໄຊ. ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສະຫວັນ​ ຫານ​ພົມ ຮອງຫົວໜ້າກົມ​ແຜນການ ​ແລະ ການ​ເງິນ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ຜູ້​ປະສານ​ງານ​ຂັ້ນສູນ​ກາງ, ​ແຂວງ, ​ເມືອງ, ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸງ​ແຕ່ງ​ກະສິກຳ, ສະ​ຖາ​ບັນ​ຄົນຄວ້າ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ອົງການ​ອາຫານ​ໂລກ ​ແລະ ອົງການ​ອາຫານ ​ແລະ ການ​ກະ​ເສດ.

         IMG_3 IMG_4

      ທ່ານ ສີ​ໂສ​ວັດ ພັນດາ​ນຸວົງ ຜູ້​ປະສານ​ງານ​ຂັ້ນ​ສູນ​ກາງ ​ໃຫ້ຮູ້ວ່າ: ຜ່ານ​ການຈັດຕັ້ງປະຕິບັດ​ວຽກງານ​ໃນ 09 ​ເດືອນ​ທີ່​ຜ່ານ​ມາ ສາມາດ​ຝຶກ​ອົບຮົມຍົກ​ລະດັບ​ຂີດ​ຄວາມ​ສາມາດ ​ໃຫ້​ພະນັກງານ​ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ 1.545 ​ເທື່ອ​ຄົນ, ຝຶກ​ອົບຮົມ​ເຕັກນິກ​ຕ່າງໆ​ໃຫ້​ຊາວບ້ານ 4.340 ​ເທື່ອ​ຄົນ, ຊາວ​ກະສິກອນ​ຕົ້ນ​ແບບ​ທີ່​ໄດ້ຮັບ ການຄັດ​ເລືອກ ​ແລະ ຝຶກ​ອົບຮົມ ຈຳນວນ 166 ຄົນ, ມອບ​ແນວ​ພັນ​ຫຍ້າ ຈຳນວນ 849 ກິ​ໂລ, ສ້າງ​ແຜນ​ຍຸດ​ທະ​ສາດ 05 ປີ ຂອງ​ສູນ (2018-2022) 12 ​ແຜນ, ສ້າງ​ໂຮງຮຽນຊາວ​ກະສິກອນ 32 ​ແຫ່ງ, ຊາວ​ກະສິກອນ​ໄດ້ຮັບການ​ຝຶກ​ອົບຮົມ 596 ຄົນ, ສຳ​ເລັດ​ການວາງ​ແຜນ​ພັດທະນາ​ຂັ້ນບ້ານ, ກຳນົດ​ບູລິ​ມະ​ສິດ​ການ​ພັດທະນາ​ວຽກງານ​ພື້ນຖານ​ໂຄງ​ລ່າງ 144 ບ້ານ, ຝຶກ​ອົບຮົມ​ໃຫ້​ແກ່​ຜູ້ອຳນວຍ​ຄວາມ​ສະດວກ​ຂັ້ນບ້ານ 61 ບ້ານ, ສ້າງ​ອາຄານຮຽນຮູ້ດ້ານ​ໂພຊະ​ນາ​ການ​ປະຈຳ​ບ້ານ 32 ​ແຫ່ງ, ສຳ​ເລັດ​ການ​ສ້າງຕັ້ງກຸ່ມ​ຊາວ​ກະສິກອນ 135 ກຸ່ມ, ສຳ​ເລັດ​ການກວດ​ຜ່ານ​ແຜນ​ທຸລະ​ກິດ ​ແລະ ມອບ​ໂອນ​ງົບປະມານ​ໃຫ້​ກຸ່ມ​ການ​ຜະລິດ​ຊາວ​ກະສິກອນ 24 ກຸ່ມ, ສຳ​ເລັດ​ການ​ສຳຫຼວດອອກ​ແບບ ​ແລະ ຂຽນບົດ​ສະ​ເໜີ​ໂຄງການ​ຍ່ອຍ 144 ​ໂຄງການ ​ແລະ ​ແຜນ​ໂຄງ​ລ່າງ​ທີ່​ອະນຸມັດ​ແລ້ວ ຈຳນວນ 58 ​ໂຄງການ.

IMG_5

         ​ເພື່ອ​ບັນລຸ​ຕາມ​ຈຸດປະສົງ, ​ເປົ້າໝາຍ ​ແລະ ​ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ ການຈັດຕັ້ງປະຕິບັດ​ໂຄງການ​ໄດ້ຮັບຜົນ​ດີ ທ່ານ​ປະທານ​ກອງ​ປະຊຸມ​ໄດ້​ເນັ້ນບາງ​ບັນຫາ​ດັ່ງນີ້: ການ​ຂຶ້ນ​ແຜນ​ກິດຈະກຳ​ແມ່ນ​ຕ້ອງ​ອີງ​ຕາມ​ເພດານ​ງົບປະມານ​ທີ່​ໂຄງການ​ວາງ​ໄວ້, ປັບປຸງ​ແຜນ​ຄືນ​ໃໝ່​ໃຫ້​ມີ​ຄວາມ​ແທດ​ເໝາະກັບ​ຄວາມ​ຕ້ອງການ​ຕົວ​ຈິງ ​ແລະ ກອບ​ງົບປະມານ​ທີ່​ຜູ້​ໃຫ້​ທຶນ​ໄດ້​ອະນຸມັດ​ໃນ​ສົກ​ປີນີ້, ​ເອົາ​ໃຈ​ໃສ່ຕິດຕາມ​ແຜນ​ຕ່າງໆ​ໂດຍ​ສົມທົບ​ກັບ​ແຕ່​ລະ​ພາກສ່ວນ ກ່ອນ​ຈະ​ໃຫ້ການ​ນຳ​ແຕ່ລະ​ຂັ້ນລົງ​ລາຍ​ເຊັນຮັບຮອງ​ເອົາ​ແຜນ.

                                                                   ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ