ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນການ ປີ 2022 ຂອງເມືອງໃໝ່

ໃນວັນທີ 11 ມັງກອນ 2022 ຜ່ານມາ, ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນ ການ ປີ 2022 ປະຈໍາເມຶອງໃໝ່ ໄດ້ຈັດຂື້ນທີ່ສະໂມສອນຂອງເມືອງໃໝ່, ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເລີດ ອີນແກ້ວ, ຮອງເຈົ້າເມືອງເມືອງໃໝ່, ຜູ້ຊີ້ນໍາຂົງເຂດເສດຖະກິດ ແລະ ວຽກງານ ທລຍ ເມືອງໃໝ່ ແລະ ການເຂົ້າຮ່ວມຂອງ ທ່ານ ໄນເພັດ ບູບຜາ, ຜູ້ປະສານງານ ທລຍ ແຂວງຜົ້ງສາລີ, ບັນດາຫົວຫນ້າຫ້ອງການທີ່ກ່ຽວຂ້ອງ, ທີມງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ລວມທັງໝົດ 59 ຄົນ, ຍິງ 21 ຄົນ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສັນຕີ ລໍວົງເດືອນ, ຫົວໜ້າທີມ ທລຍ ເມືອງໃໝ່ ໄດ້ນໍາສະເໜີການສະຫຼູບການເຄື່ອນ ໄຫວວຽກງານ ປະຈຳປີ 2021 ແລະ ທີດທາງແຜນການ ປີ 2022 ຂອງໂຄງການ ທລຍ ໂດຍໃນປີ 2021 ທລຍ ໄດ້ຊ່ວຍ ເຫຼືອທັງໝົດ 24 ບ້ານ; ໃນນັ້ນ 18 ບ້ານ ແມ່ນໄດ້ຈັດຕັ້ງປະຕິບັດພື້ນຖານໂຄງລ່າງຂະໜາດນ້ອຍໄປພ້ອມໆກັນກັບວຽກງານປັບປຸງຊີວິດການເປັນຢູ່ ແລະ ເຊື່ອມສານໂພຊະນາການ ໂດຍໄດ້ສະໜອງທຶນສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ບ້ານໃນປີ 2021 ມູນຄ່າທັງໝົດ 2,268,000,000 ກີບ, ສາມາດສ້າງກອງທຶນບ້ານໄດ້ 1,105,104,000 ກີບ, ແລະ ໄດ້ສະໜັບສະໜູນວຽກງານສົ່ງເສີມໂພຊະນາການ ເປັນຕົ້ນແມ່ນການໃຫ້ຄວາມຮູ້ດ້ານໂພຊະນາການ, ນຳພາການແຕ່ງອາຫານທີ່ມີໂພຊະນາການ ໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ, ແລະ ເດັກນ້ອຍອາຍຸ 0-5 ເດືອນ ລວມເປັນມູນຄ່າ 83,156,000 ກີບ.

ທ່ານ ສັນຕີ ລໍວົງເດືອນ ຍັງໄດ້ລາຍງານຕື່ມວ່າ ເນື່ອງຈາກໃນໄລຍະຜ່ານມາ ການລະບາດຂອງພະຍາດໂຄວິດ 19 ໃນຮອບຕົ້ນປີ 2021 ໄດ້ເປັນສິ່ງກີດຂວາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ ເຖິງແມ່ນວ່າໂຄງການ ທລຍ ຫັນໃສ່ການປະສານງານເປັນລະບົບອອນລາຍ ແຕ່ກໍ່ຍັງມີຫຼາຍໜ້າວຽກທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ສະດວກ ຈຶ່ງເຮັດໃຫ້ບາງວຽກງານບໍ່ສາມາດດຳເນີນໄປຕາມແຜນທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນ ແລະ ມີການປ່ຽນແປງ. ນອກຈາກນັ້ນ, ການປະກອບສ່ວນວັດຖຸດີບໃນການປຸງແຕ່ງອາຫານໃຫ້ແມ່ ແລະ ເດັກນ້ອຍ ເຊັ່ນ: ໝາກໄມ້ ແລະ ໄຂ່ ເພື່ອປຸງແຕ່ງອາຫານຂອງສາມາຊິກກຸ່ມ​ໂພ​ຊະ​ນາ​ການ​ບ້ານ (ກພກ) ຢູບ້ານເປົ້າໝາຍຂອງໂຄງການ ຍັງເຮັດບໍ່ທັນໄດ້ດີເທົ່າທິ່ຄວນ.

ຫຼັງຈາກນັ້ນ, ກໍໄດ້ມີການປະກອບຄຳຄີດເຫັນຄຳຈາກ ຕາງຫນ້າບ້ານທີ່ໄດ້ຮັບການຊ່ວຍເຫຼືອ, ບັນດາຫົວຫນ້າຫ້ອງການທີ່ກ່ຽວຂ້ອງ ແລະ ຜູ້ປະສານງານວຽກງານ ທລຍ ຂັ້ນເມືອງ. ພ້ອມດຽວກັນນັ້ນ, ທ່ານ ໄນເພັດ ບູບຜາ, ຜູ້ປະສານງານໂຄງການ ທລຍ ແຂວງຜົ້ງສາລີ ກໍໄດ້ມີຄຳເຫັນກ່ຽວກັບແຜນການ ແລະ ທີດທາງໃນປີ 2022 ນັ້ນແມ່ນຈະສືບຕໍ່ສະໜັບສະ  ໜູນອີກ 22 ບ້ານ; ໃນນັ້ນກິດຈະກໍາທີ່ຈະລົງຊູກຍູ້ ປະກອບດ້ວຍການສົ່ງເສີມການລ້ຽງສັດ ແລະ ການສັກຢາປ້ອງກັນພະ​ຍາດ, ການສ້າງກູ່ມຜະລິດ, ການຝືກອົມຮົມການເຮັດສວນຄົວ ແລະ ການສ້າງວີດີໂອຄອບຄົວຕົວແບບທາງດ້ານໂພຊະນາການ, ການຝືກອົບຮົມວຽກງານການເງີນ ໃຫ້ແກ່ຄະນະບໍລິຫານກອງທຶນກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ຄບກ) ຂັ້ນບ້ານ, ການຝືກອົບຮົມຈັດຊື້-ຈັດຈ້າງ, ແລະ ອື່ນໆ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳເລີດ ອີນແກ້ວ, ໃນນາມປະທານກອງປະຊຸມ ກໍໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງໂຄງການ ທລຍ ທີ່ໄດ້ຈັດຕັ້ງປະຕິບັດກີດຈະກຳ ໃນບັນດາບ້ານຊຸດທີ 1 ແລະ ຂໍໃຫ້ທິມງານໂຄງການ ທລຍ ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນກະກຽມການຈັດຕັ້ງປະຕິບັດກິດຈະກໍໍາຕ່າງໆ ຂອງໂຄງການ ໃນບັນດາບ້ານເປົ້າໝາຍຊຸດທີ 2 ໃນໄລຍະ 2022-2024 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ