ກອງປະຊຸມສະຫຼຸບການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປຢູ່ບ້ານຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ

IMG_8896

ໃນວັນທີ 11 ສິງຫາ 2018 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ, ໄດ້ຈັດກອງປະຊຸມສະຫຼຸບ ການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ມີທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງເຈົ້າແຂວງໆ ໄຊຍະບູລີ, ເຈົ້າເມືອງໆວຽງທອງ, ຄະນະ ປະຈໍາພັກແຂວງ, ຫົວໜ້າ ແລະ ຮອງກົມ, ຫົວໜ້າ ແລະ ຮອງພະແນກ ກະສິກໍາ ແລະ ປ່າໄມ້ແຂວງພ້ອມດ້ວຍບັນດາແຂກ ຖືກເຊີນ ຈາກສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການທົດລອງຈັດຕັ້ງປະຕິບັດໃນຄັ້ງນີ້ເພື່ອໃຫ້ ຄະນະພັກແຂວງ, ເມືອງ, ບ້ານ ແລະ ປະຊາຊົນມີຄວາມ ຮັບຮູ້, ເຂົ້າໃຈເນື້ອໃນຂອງດໍາລັດ 348/ລບ, ບົດແນະນໍາ 0830/ກປ ແລະ ນໍາໄປຈັດຕັ້ງ ຜັນຂະຫຍາຍເປັນເອກະພາບ ຕາມພາລະບົດບາດໜ້າທີ່ຂອງຕົນ; ເພື່ອເປັນການທົດສອບ ການອອກແບບດ້ານທິດສະດີ ແລະ ພຶດຕິ ກໍາຕົວຈິງ, ບັນດາ ເຄື່ອງມືເຊັ່ນ: ແບບຟອມຕ່າງໆ, ບາດກ້າວໃນການດໍາເນີນ, ໂຄງການປະກອບການຈັດຕັ້ງທີ່ຈະຜັນຂະຫຍາຍດໍາ ລັດສະບັບນີ້; ເປັນການບໍາລຸງສ້າງພະນັກງານຂັ້ນແຂວງ, ຂັ້ນສູນກາງເພື່ອສ້າງເປັນພະນັກງານສືບທອດໃນຕໍ່ໜ້າເຊິ່ງຂໍ້ມູນທີ່ໄດ້ຈາກ ການເຮັດທົດລອງໃນຄັ້ງນີ້ຈະເປັນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນກໍຄືການວາງແຜນສ້າງຄອບຄົວເປັນ ຄອບຄົວພັດທະນາ, ສ້າງບ້ານຈອມທອງເປັນບ້ານພັດທະນາ, ເປັນບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເມືອງ ວຽງທອງເປັນເມືອງເຂັ້ມແຂງຮອບດ້ານໃນຕໍ່ໜ້າ.

IMG_8872

ໃນກອງປະຊຸມທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ໄດ້ລາຍງານຜົນການທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຢູ່ບ້ານ ຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດແມ່ນໄດ້ເລີ່ມ ລົງເກັບກໍາຂໍ້ມູນຢູ່ຂັ້ນຄອບຄົວ, ບ້ານ ແລະ ເມືອງ ໃນຊ່ວງໄລຍະເວລາ 4 ວັນແຕ່ວັນທີ 8-11 ສິງຫາ 2018,  ສາມາດສັງລວມຂໍ້ ມູນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກກໍຄືການວາງແຜນ ພັດທະນາໃນຕໍ່ໜ້າຄື: ບ້ານຈອມທອງມີ 417 ຄອບຄົວ, ເກັບກໍາຂໍ້ມູນຕົວຈິງໄດ້ 414 ຄອບຄົວ, ມີພົນລະເມືອງທັງໝົດ 2.438 ຄົນ, ຍິງ 1.150 ຄົນ, ຈໍານວນຄອບຄົວທີ່ບັນລຸມາດຕະຖານຄອບຄົວ ພົ້ນທຸກຄື: ບັນລຸ 6 ມາດຕະຖານ 270 ຄອບຄົວ 65,2%, ບັນລຸ 5 ມາດຕະຖານ 71 ຄອບຄົວ 17,15%, ບັນລຸ 4 ມາດຕະຖານ 28 ຄອບຄົວ 6,76%, ບັນລຸຕໍ່າກວ່າ 4​ ມາດຕະຖານມີ 43 ຄອບຄົວ 10,93% ຈໍານວນ ຄອບຄົວທີ່ບັນລຸຕາມມາດຕະຖານ ຄອບຄົວພັດທະນາມີ: ບັນລຸຕາມ 19 ຕົວຊີ້ບອກ 157 ຄອບຄົວ 38%, ຕາມ 18 ຕົວຊີ້ບອກ 59 ຄອບຄົວ 14,25%, ບັນລຸ 17 ຕົວຊີ້ບອກ 57 ຄອບຄົວ 13,8%, ຕົວຊີ້ບອກທີ່ຄອບຄົວບໍ່ບັນລຸຫຼາຍກວ່າໝູ່ ແມ່ນຕົວຊີ້ບອກ 5.1: ຄອບຄົວຕ້ອງມີລາຍໄດ້ສະເລ່ຍ 5,6 ລ້ານ ກີບ/ຄົນ/ປີ, ມີຈໍານວນ 129 ຄອບຄົວກວມ 31,16%, ທັດລົງ ມາແມ່ນ ຕົວຊີ້ບອກ 1.2 ທີ່ດິນທີ່ມີໃບສະໂນດທີ່ດິນ ແລະ ໃບຢັ້ງຢືນນໍາໃຊ້ທີ່ດິນມີ 116 ຄອບຄົວ 28%, ເຊິ່ງການລົງເຮັດວຽກໃນຄັ້ງນີ້ເຫັນໄດ້ວ່າປະຊາ ຊົນມີຄວາມຕື່ນຕົວໃຫ້ຄວາມຮ່ວມ ມືໃນການດໍາເນີນການເກັບກໍາຂໍ້ມູນຄັ້ງນີ້ເປັນຢ່າງດີ,ພະນັກງານກໍ່ມີຄວາມເຂົ້າໃຈເນື້ອໃນກໍ່ຄືແບບຟອມ, ວິທີການ ແລະ ຂັ້ນຕອນ ການເກັບຂໍ້ມູນ.

IMG_8919

ພາຍຫຼັງຮັບຟັງການລາຍງານຜົນໄດ້ຮັບຈາກການທົດລອງຈັດຕັ້ງທີ່ຜ່ານມາທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງຂັ້ນແຂວງ, ເມືອງທີ່ໃຫ້ຄວາມສໍາຄັນຂອງການທົດລອງດັ່ງກ່າວນີ້ພ້ອມທັງ ໄດ້ ກ່າວຕື່ມອີກວ່າດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປນີ້ ແມ່ນຍົກລະດັບການພັດທະນາຈາກດໍາລັດ 309/ລບ ບໍ່ແມ່ນ ລືບລ້າງຜົນງານຈາກດໍາລັດ 309/ລບ, ອັນໃດທີ່ບັນລຸແລ້ວແມ່ນເສີມຂະຫຍາຍຕໍ່ອັນໃດທີ່ບໍ່ບັນລຸແມ່ນຊອກຫາສາຍເຫດ ແລະ ທິດ ທາງແກ້ໄຂເພື່ອໃຫ້ບັນລຸໃຫ້ໄດ້ຕາມມາດຖານ, ເຊິ່ງເນື້ອແທ້ແລ້ວດໍາລັດ 348/ລບ ນີ້ກໍ່ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດຄໍາສັ່ງ ຂອງທ່ານນາຍົກສະບັບເລກທີ 34/ນຍ, ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ເປັນເນື້ອໃນກວດກາເປັນບັນທັດຖານເພື່ອຕີລາຄາຜົນສໍາເລັດຂອງການພັດທະນາຄອບຄົວ ແລະ ພັດທະນາເມືອງ. ພ້ອມດຽວກັນນັ້ນ ກໍ່ເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ແລະ ຮາກຖານຕະຫຼອດຄອບຄົວກໍານົດເນື້ອໃນ ແລະ ຄາດໝາຍສູ້ຊົນໃນການພັດທະນາ, ດ້ານ ເນື້ອໃນມາດຕະຖານທີ່ກໍານົດໄວ້ໃນດໍາລັດ ແລະ ບົດແນະນໍາເຂົ້າໃນການແບບຟອມຕ່າງໆເພື່ອຄວາມເຂົ້າໃຈ ແລະ ສະດວກໃນການ ນໍາໃຊ້ແມ່ນໃຫ້ຈັດເປັນຂັ້ນ ແລະ ເປັນກຸ່ມມາດຕະຖານລະອຽດ, ດໍາເນີນ ການຈັດຕັ້ງເຊື່ອມຊຶມນັບແຕ່ເທິງລົງລຸ່ມ ແຂວງຫາເມືອງ, ເມືອງຫາບ້ານ, ບ້ານໄປຫາຄອບຄົວປະຊາຊົນໂດຍດໍາເນີນແຕ່ໃນອອກນອກແຕ່ການນໍາ ຂັ້ນແຂວງ ແລະ ເມືອງ ແລ້ວໃຫ້ຂະຫຍາຍ ອອກສູ່ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການສຸດທ້າຍແມ່ນລົງຮອດປະຊາຊົນ, ເພື່ອເປັນການສ້າງພະນັກງານຫຼັກແຫຼ່ງແກ່ນ ສານທັງສາຍຕັ້ງ ແລະ ສາຍຂວາງ. ຜ່ານຂະບວນການເຮັດວຽກຕົວຈິງ ພ້ອມທັງ ໃຫ້ນໍາໃຊ້ທ່າແຮງຂອງແຕ່ລະ ທ້ອງຖິ່ນໃນການ ຈັດຕັ້ງປະຕິບັດ ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຕາມທ່າແຮງຂອງ ທ້ອງຖິ່ນຕິດພັນກັບການ ຍຶດຖືເອົາການ ກະສິກໍາເປັນໃຈກາງຂອງວຽກງານພັດທະນາຊົນນະບົດເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນເຂດຊົນນະບົດ,  ຫັນເປັນອັນ ລະອຽດຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ແທດເໝາະກັບຈຸດພິເສດ, ມີຄວາມສາມາດປະຕິບັດໄດ້ໂດຍຕິດພັນກັບຂະບວນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ