ກອງປະຊຸມລິເລີ້ມໂຄງການ ກະສິກຳ ທີ່ຊານສະຫຼາດ ປັບໂຕເຂົ້າສະພາບອາກາດ ການຜະລິດກະສິກຳເຂດເນີນສູງ ຂອງ ສປປລາວ

70344216_525249154910826_2729304390639812608_n (1)

ໃນທ້າຍອາທິດ ຜ່ານມາ ທີ່ໂຮງແຮມ ວຽງຈັນພລາຊ້າ ນະຄອນຫລວງວຽງຈັນ, ໄດ້ມີການຈັດກອງປະຊຸມລິເລີ້ມກະກຽມໂຄງການ ທາງເລືອກກະສິກຳທີ່ຊານສະຫຼາດເພື່ອປັບໂຕໃຫ້ເຂົ້າກັບສະພາບອາກາດ ສຳລັບລະບົບການຜະລິດກະສິກຳເຂດເນີນສູງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຫວັນ ຫານພົມ, ຮອງຫົວໜ້າກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ. Nasar Hayat ຜູ້ຕ່າງໜ້າຈາກ ອົງການອາຫານແລະການກະເສດແຫ່ງ ສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຊື່ງເປັນໜ່ວຍງານປະສານງານຫລັກຂອງໂຄງການ GEF. ໂຄງການດັ່ງກ່າວນີ້ ດຳເນີນກ່ຽວກັບ ການສົ່ງເສີມ ແນວທາງ ນຳໃຊ້ທີ່ດິນທີ່ຊານສະຫຼາດ ລວມທັງການປັບໂຕເຂົ້າກັບສະພາບພູມມີອາກາດຫລາຍຂື້ນ ນອກນັ້ນ, ໂຄງການນີ້ຍັງຈະນຳເອົາແນວທາງ ແລະ ວິທີການປະຕິບັດ ເຂົ້າ ໃນການວາງແຜນນຳໃຊ້ທີ່ດິນ. ຊື່ງຈະຊ່ວຍສ້າງລະບົບຕ່ອງໂສ້ມູນຄ່າສິນຄ້າທີ່ສາມາດປັບໂຕ ເຂົ້າກັບການປ່ຽນແປງສະພາບພູມມີອາກາດ, ປັບປຸງຄວາມສາມາດຂອງຊາວກະສິກອນ ແລະ ຊຸມຊົນທ້ອງຖີ່ນເຂດເນີນສູງທາງພາກເໜືອ ຂອງ ສປປ ລາວ.

ໃນທີ່ປະຊຸມ, ໄດ້ມີການນຳສະເໜີກ່ຽວກັບ ພາບລວມຂອງກິດຈະກຳໂຄງການ ແລະ ກອບການດຳເນີນງານຂອງໂຄງການ. ພ້ອມທັງ ປະກອບຄຳຄິດຄຳເຫັນຈາກພາກສ່ວນທີ່ກ່ຽວຂ້ອງ, ການລິເລີ້ມ ແລະ ຈັດຫາແຫລ່ງທຶນ, ປຶກສາຫາລື ກ່ຽວກັບການກຳນົດຂັ້ນຕອນ ແລະ ກຳນົດໝາຍສຳລັບໄລຍະເວລາຂອງໂຄງການນຳອີກ.

ພາບແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ