ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປລາວ

IMG_8295

        ​ໂຄງການ​ຜະລິດ​ກະສິກຳ​ເປັນ​ສິນຄ້າຢູ່ສປປລາວ ​ເປັນໜຶ່ງ​ໃນ​ບັນດາ​ໂຄງການ​ບູລິ​ມະ​ສິດທີ່​ນອນ​ຢູ່​ໃນ​ແຜນການຮ່ວມມືລະຫວ່າງລັດ​ຖະບານ ​ແລະທະນາຄານ​ໂລກ, ​ໂຄງການ​ດັ່ງ​ກ່າວ​ມີ​ງົບປະມານ​ທັງໝົດ 29,3 ລ້ານ ​ໂດ​ລາ​ສະຫະລັດ: ເງິນ​ກູ້​ຢືມ​ຈາກ​ທະນາຄານ​ໂລກ 25 ລ້ານ ​ໂດ​ລາ​ສະຫະລັດ, ທຶນ​ສະໜັບສະໜູນຜູ້​ປະກອບ​ການ ​ແລະຊາວນາ 3,8 ລ້ານ ​ໂດ​ລາ​ສະຫະລັດ ​ແລະທຶນ​ສົມທົບ​ເພື່ອ​ແຮ​ໄວ້​ສຳລັບ​ການ​ທົດ​ແທນ​ຄືນ ​ໃນ​ກໍລະນີ​ການ​ຟື້ນຟູ​ສ້ອມ​ແປງ​ຄອງ​ເໝືອງຊົນລະປະທານທີ່​ຖືກ​ດິນ​ປະຊາຊົນ 5 ​ແສນ ​ໂດ​ລາ​ສະຫະລັດ (​ແຂວງ​ລະ 1 ​ແສນ ​ໂດ​ລາ​ສະຫະລັດ)​ໄລຍະ​ການຈັດຕັ້ງປະຕິບັດ​ໂຄງການ ​ແມ່ນ​ເລີ່​ມ​ແຕ່​ປີ 2018-2024.how to buy a replica watch ferrari 458 italia replica for sale

     IMG_8305

       ​ໃນ​ວັນ​ທີ 30 ສິງຫາ 2018 ນີ້ກົມ​ແຜນການ ​ແລະການຮ່ວມມື ​ໄດ້​ຈັດ​ກອງ​ປະຊຸມ​ການລິ​ເລີ່​ມການຈັດຕັ້ງປະຕິບັດ​ໂຄງການຜະລິດ​ກະ​ສິກຳ​ເປັນ​ສິນຄ້າ​ຢູ່ສປປລາວຂຶ້ນທີ່​ໂຮງ​ແຮມ​ເມີ​ກຽວ ​ໂດຍ​ການ​ເປັນ​ປະທານຮ່ວມຂອງ​ທ່ານປອພວງປາຣິສັກປຣະວົງວຽງຄຳຮອງລັດຖະມົນຕີ​ກະຊວງ​ກິ​ສິກຳ ​ແລະປ່າ​ໄມ້, ທ່ານນິ​ໂຄ​ລາພົນ​ທະລາ (Nicola Pontara) ຫົວໜ້າຫ້ອງການ​ທະນາຄານ​ໂລກປະຈຳ​ລາວ, ທ່ານຮອງ​ເຈົ້າ​ແຂວງ​ຈາກ 4 ​ແຂວງ​ຄື: ນະຄອນຫຼວງວຽງຈັນ, ​ແຂວງ​ໄຊ​ຍະ​ບູລີ, ວຽງຈັນ ​ແລະ ​ແຂວງບໍລິ​ຄຳ​ໄຊ. ​ເຊິ່ງມີ​ກົມ​ ​ແລະກະຊວງ​ທີ່​ກ່ຽວຂ້ອງ, ອົງການ​ຈັດຕັ້ງສາກົນ​, ພະ​ແນ​ກກປ ​ແຂວງ​ເປົ້າໝາຍ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມທັງໝົດ 91 ທ່ານ.tag heuer first copy watches bentley continental gt replica for sale

        ຈຸດປະສົງ​ຂອງ​ໂຄງການ ​ແມ່ນ​ເພື່ອ​ຕອບ​ສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບຫັນ​ການ​ຜະລິດ​ເປັນ​ທັນ​ສະ​ໄໝ ​ໂດຍ​ນຳ​ໃຊ້​ກົນ​ຈັກ​ເພື່ອ​ປະຢັດ​ຕົ້ນທຶນ ​ແລະ ​ໃຫ້​ໄດ້ຮັບຜົນ​ຜະລິດ​ສູງ​ທີ່​ມີ​ຄຸນ​ນະພາ​ບ ​ເຮັດ​ໃຫ້​ປຊາ​ຊົນ​ມີ​ຜົນ​ກຳ​ໄລ​ຈາກ​ການ​ຜະລິດ, ການ​ປັບປຸງ​ແນວ​ພັນ, ມາດຕະຖານ​ການ​ຜະລິດ​ທີ່​ດີ​ຂອງ​ໂຮງສີ (GMP), ຂອດ​ການ​ສົ່ງ​ເສີມ, ລະບົບ​ກົນ​ຈັກ, ການ​ເກັບ​ກ່ຽວ, ​ໂຮງອົບ, ສາງ ​ແລະການ​ປຸງ​ແຕ່ງ, ການຈັດຕັ້ງລະບົບ​ໂຮງສີ, ການຈັດຕັ້ງການ​ພົວພັນ​ການ​ຜະລິດ, ການ​ສຳພັນ​ເສດຖະກິດ​ລະຫວ່າງ​ຂົງ​ເຂດ, ການ​ຢັ້ງຢືນມາດຖານ​ຄຸນ​ນະພາ​ບ ​ໂດຍ​ອີງ​ໃສ່​ນະ​ໂຍບາຍ​ຂອງ​ລັດຖະບານທີ່​ແນ​ໃສ່​ການ​ຜະລິດ​ກະສິກຳ​ສະອາດ, ລະບຽບການ​ຕ່າງໆ, ການຫຼຸດຄ່າ​ໄຟຟ້າ ​ແລະປັດ​ໃຈ​ອື່ນໆ. ​ເປົ້າໝາຍຂອງ​ໂຄງການ​ດັ່ງກ່າວ​ແມ່ນ 5 ​ແຂວງ​ຄື: ​ນະຄອນຫຼວງວຽງຈັນ, ຄຳ​ມ່ວນ, ບໍລິ​ຄຳ​ໄຊ, ວຽງຈັນ ​ແລະ ​ແຂວງ ​ໄຊ​ຍະ​ບູລີ. ​ເຊິ່ງມີ​ພື້ນທີ່​ການຈັດຕັ້ງປະຕິບັດ​ໂຄງການປະມານ 30.000 ​ເຮັກຕາ. ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ກະສິກຳ​​ເປັນ​ສິນຄ້າ​ພືດຫຼັກໆ​ແມ່ນ​ເຂົ້າ, ພືດ​ຜັກ ​ແລະສາລີ (​ແຂວງ​ບໍລິ​ຄຳ​​ໄຊ ​ແລະຄຳ​ມ່ວນ ​ແມ່ນ​ເຂົ້າ, ​ແຂວງ​ວຽງຈັນ ​ແລະນະຄອນຫຼວງ​ແມ່ນ​ເຂົ້າ ​ແລະພືດ​ຜັກ, ​ແຂວງ ​ໄຊ​ຍະ​ບູລີ​ແມ່ນ​ເຂົ້າ ​ແລະສາລີ).replica watch sites that accept paypal fake rolex for cheap

                                                        ​ໂດຍ: ​ເຂັມ​ມະ​ໄລສົນ​ດາ​ວັນ.

                                                        ກວດ​ແກ້:ທ່ານ ນ. ປ້ອມ ພັນທະ​ວົງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ