ກອງປະຊຸມລິເລິ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ

IMG_0042

    ໃນວັນທີ 10 ກັນຍາ 2018 ນີ້, ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມ ກັບວິທະຍາໄລອອ໊ກສຝອດປະເທດອັງກິດ, ໄດ້ຈັດກອງປະຊຸມລິເລີ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ ຂຶ້ນທີ່ ໂຮງແຮມວັນຊະນະຣີເວີຊາຍ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຮັງ ອີວັນ (H.E Mr Hugh EVANS) ເອກ ອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດປະຈໍາລາວ, ແລະ ທ່ານ ເດວິດ ບອດເຊີ (Mr David boshier) ຜູ້ຊີ້ນໍາໂຄງການ. ມີຜູ້ຕາງໜ້າຈາກບັນ ດາປະເທດທີ່ຮ່ວມໂຄງການຄື: ສສ ຫວຽດນາມ, ກໍາປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາວິທະຍາ ໄລອ໊ອກສ ຟອດປະ ເທດອັງກິດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ເພື່ອເປັນການປຶກສາຫາລືກ່ຽວກັບ ກິດຈະກໍາຂອງໂຄງການ, ແຜນການຈັດຕັ້ງ ປະຕິບັດໂຄງການ, ຄວາມເຊື່ອໝັ້ນ ແລະ ການພົວພັນກັນລະຫວ່າງຄູ່ຮ່ວມງານ, ການເຊື່ອມໂຍງກັບໂຄງການອື່ນໆທີ່ຄ້າຍຄືກັນ ທີ່ຈັດຕັ້ງປະຕິບັດກ່ຽວກັບການອະນຸລັກພັນທຸກໍາໄມ້ ແລະ ລະບົບການສະຫຼຸບ-ລາຍງານການຈັດຕັ້ງປະຕິບັດໂຄງການ, ເຊິ່ງໂຄງ ການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຜ່ານເຄືອຂ່າຍອະນຸລັກພັນທຸກໍາໄມ້ອາຊີປາຊີຟິກ ແລະ ໄດ້ຮັບທຶນສະໜັບສະໜຸນຈາກອົງການ Darwin Initiative ປະເທດອັງກິດ ແລະ ພາກວິຊາວິທະຍາສາດພືດສາດມະຫາວິ ທະຍາໄລອອ໊ກຟອດເປັນຫົວໜ້າໂຄງການເຊິ່ງ ມີໄລຍະການຈັດຕັ້ງ 2 ປີ 5 ເດຶອນ ປີແຕ່ 2018-2021.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ