ກອງປະຊຸມພົບປະ 2 ຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືດ້ານກະສິກໍາ

IMG_31366

   ເພື່ອເປັນການທົບທວນຄືນການຮ່ວມມືສອງຝ່າຍດ້ານກະສິກໍາ ລະຫວ່າງ ລາວ ແລະ ສປຈີນ. ໃນວັນທີ 23 ມັງກອນ ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ສປປລາວ ຮ່ວມກັບ ກະຊວງກະສິກໍາ ສປຈີນ ໄດ້ຈັດກອງປະຊຸມພົບປະ 2 ຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືດ້ານກະສິກໍາ ຂຶ້ນທີ່ຫ້ອງປະຊຸມ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ. ພ້ອມນີ້ມີ ຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

    ຈຸດປະສົງ ຂອງກອງປະຊຸມພົບປະ 2 ຝ່າຍໃນຄັ້ງນີ້ ເພື່ອເປັນການສະຫຼຸບ, ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນໄລຍະຜ່ານມາ ຂອງສອງລັດຖະບານ ໂດຍສະເພາະແມ່ນການຮ່ວມມືໃນຂະແໜງການກະສິກໍາ ແລະ ປ່າໄມ້. ຊື່ງຜ່ານມາ, ລັດຖະບານ ສປ ຈີນ ໄດ້ເອົາໃຈໃສ່ສະໜັບສະໜູນ ແລະໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະວິຊາການໃຫ້ແກ່ຂະແໜງການກະສິກໍາ ແລະ ປ່າໄມ້ ສປປ ລາວ ຊື່ງສະແດງອອກບັນດາໂຄງການຕ່າງໆເຊັ່ນ: ໂຄງການສ້າງສູນສາທິດ ແລະບໍລິການເຕັກນິກກະສິກໍາຮ່ວມມືລາວ-ຈີນ ມີມູນຄ່າ 41,9 ລ້ານຢວນ ແລະ ໂຄງການສ້າງໂຮງງານຜະລິດຫົວອາຫານສັດ ມູນຄ່າ 5.250.000 ໂດລາ ທີ່ແຂວງອຸດົມໄຊ, ສ້າງສູນເຝົ້າລະວັງ ແລະຄວບຄຸມພະຍາດສັດຂ້າມຊາຍແດນ ຢູ່ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະ ຜົ້ງສາລີ ມູນຄ່າ 39.060.000 ຢວນ, ໂຄງການສ້າງຕົວແບບບ້ານຊົນນະບົດໃໝ່ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ດ້ວຍມູນຄ່າ 33 ລ້ານຢວນ. ນອກນີ້, ຍັງໄດ້ຮ່ວມມືກັບບໍລິສັດຊວນເຢ ໂຄງການຜະລິດເຂົ້າສະອາດສົ່ງໄປ ສປ ຈີນ ຢູ່ແຂວງສະຫວັນນະເຂດ. ໃນທີ່ປະຊຸມ, ຜູ້ແທນທັງສອງຝ່າຍ, ຍັງໄດ້ປຶກສາຫາລືແນວທາງ ເພື່ອສືບຕໍ່ວຽກງານການຮ່ວມມືໃນຕໍ່ໜ້າ.

ຂ່າວໂດຍ : ສອນເພັດ ສຸລິພອນ

ກວດແກ້ຂ່າວໂດຍ: ທ່ານ ນ. ປ້ອມ ພັນທະວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ