ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈໍາປີ 2017

IMG_2865

 

IMG_28257

    ເພື​່ອ​ເປັນ​ກາ​ນທົບ​ທວນຄືນ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ ​ແລະ ຄວາມ​ຄື​ບໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຄວາມ​ກ້າວໜ້າ​ຂ​ອງ​ແມ່ຍິງ ​ແລະ ​ແມ່ ​ແລະ ​ເດັກ ​ໃນ​ໄລຍະ​ຜ່ານ​ມາ, ໃນວັນທີ 18-19 ມັງກອນນີ້, ຫ້ອງການກະຊວງ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມທົບທວນຄືນວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2017 ຂື້ນ, ທີໂຮງແຮມທະວີສຸກ, ເມືອງ ວັງວຽງ, ແຂວງວຽງຈັນ, ໂດຍການເປັນທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ທັງເປັນຫົວໜ້າຄະນະກຳມາທິການຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ມີຮອງຫົວໜ້າຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ໂຄງການ ແລະ ແຂກຖືກເຊີນເຂົ້າຮ່ວມ 116ທ່ານ, ຍິງ 59 ທ່ານ.
ຈຸດປະສົງເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກປະຈຳປີ 2017 ແລະ ທິດທາງແຜນການປີ 2018, ພ້ອມທັງຖອດຖອນບົດຮຽນວຽກງານດັ່ງກ່າວໃນຂະແໜງການກະສິກຳ ແລະ ປ່າໄມ້ ເປັນຕົ້ນ ການມີ​ສ່ວນ​ຮ່ວມ​ຂ​ອງ​ແມ່ຍິງ​ໃນ​ວຽກ​ງານປູກຝັງລ້ຽງສັດ, ຊົນລະປະທານ, ວຽກງານປ່າໄມ້, ວຽກພັດທະນາ​ຊົນນະບົດ, ວຽກ​ງານ​ຈັດ​ຕັ້ງ ​ແລະ ພະນັກງານ, ການວາງ​ແຜນ ແລະ ອື່ນໆ, ພ້ອມນີ້ໃນທີ່ປະຊຸມຍັງໄດ້ສົນທະນາ ແລກປ່ຽນ​ບົດຮຽນ ​ແລະ ​ໄດ້ຍົກບາງບັນຫາກ່ຽວກັບການ​ປົກ​ປ້ອງແຮງງານແມ່ຍິງ ແລະ ເດັກ​, ຄວາມບໍ່ສະເໝີພາບຂອງຍິງ-ຊາຍໃນ​ຂົງ​ເຂດ​ຂະ​ແໜງ​ການ​ກະສິກໍາ​ ​ແລະ ປ່າ​ໄມ້ ​ແລະ ​ເພື​່ອເປັນ​ການຊຸກຍູ້ສົ່ງເສີມໃຫ້ແມ່ຍິງໄດ້ຮັບການພັດທະນາໃນທຸກໆດ້ານນັ້ນ, ໃນຕອນທ້າຍທ່ານປະທານ​ໄດ້​ເນັ້ນ​ບາງ​ບັນ​ຫາທີ່​ຕ້ອງ​ໄດ້​​ເອົາ​ໃຈ​ໃສ່ ​ແລະ ໜ້າ​ວຽກ​ທີ່​ຕ້ອງ​ໄດ້​ສືບ​ຕໍ່ຈັດ​ຕັ້ງປະຕິບັດ​​ໃນ​ຕໍ່ໜ້າ​ຄື: ​ສືບ​ຕໍ່ຜັນຂະຫຍາຍວິໄສທັດ 2030 ຍຸດທະສາດເພື່ອຄວາມສະເໝີພາບຍິງ-ຊາຍຂອງຂະ​ແໜງກະສິກໍາ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ​ແຕ່​ປີ 2016-2025 ຕິດພັນກັບແຜນງານລະອຽດສາມາດເຊື່ອມເຂົ້າກັບ 3 ເສົາຄ້ຳ ​ແລະ ເປົ້າຫມາຍສອດຄ່ອງກັບຂະບວນການຈັດຕັ້ງວຽກງານສາມສ້າງຂອງກົມການເມືອງສູນກາງພັກຕາມ 4 ບາດກ້າວບຸກທະລຸ, ສືບຕໍ່ສ້າງ ແລະ ປັບປຸງການ ຈັດຕັ້ງວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ຄົ້ນຄວ້າບັນຫາທີເປັນຂໍ້ຈຳກັດຕໍ່ບົດບາດຍິງ-ຊາຍ ​ແລະ ການສົ່ງເສີມ ຄວາມກ້າວໜ້າແມ່ຍິງ​ເພື່ອຊອກຫາວິທີແກ້ໄຂ, ປະສານສົມທົບກັບກອງເລຂາຄະນະກຳມະການແຫ່ງຊາດຄວາມ​ກ້າວໜ້າ​ແມ່ຍິງ ​ແລະ ​ແມ່ ​- ເດັກ ແລະ ແຕ່ລະຂັ້ນເພື່ອສືບຕໍ່ແຜນຍຸດທະສາດຄວາມສະເໝີພາບຍິງ-ຊາຍຂະແໜງ ກະສິກໍາ ​ແລະ ປ່າ​ໄມ້, ໃຫ້ບັນລຸຕາມເປົ້າໝາຍ, ​ຄະນະຊີ້ນຳແຕ່ລະຂັ້ນຕ້ອງສ້າງແຜນງານປະຈຳປີພ້ອມນຳສະເໜີການນຳຂັ້ນຂອງຕົນເພື່ອຈັດແບ່ງງົບປະມານໃຫ້ວຽກງານໄດ້ເຄື່ອນໄຫວຕິດພັນກັບວຽກງານອື່ນຄຽງຄູ​່ກັນ. ​ກອງປະຊຸມ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ 2 ວັນ​ຈຶ່ງ​ໄດ້​ອັດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ອັນ​ຈົບງາມ.

ຂຽນໂດຍ: ນ. ສີອໍາມອນ ໄຊຍະລາດ

ກວດແກ້ໂດຍ: ທ່ານ ຂັນ​ຄໍາ ອ້ວນ​ອຸດົມ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ