ກອງປະຊຸມທາບທາມຄຳເຫັນໃສ່ “ຮ່າງ” ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນະບົດ

IMG_2275

​​​ໃນ​ວັນ​ທີ 27-28 ກັນຍາ 2016 ກົມ​ຈັດຕັ້ງ ​ແລະ ພະນັກງານ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ເປີດ​ກອງ​ປະຊຸມທາ​ບທາມ​ຄຳ​ເຫັນ​ໃສ່​ຮ່າງ “ຮ່າງ” ດຳລັດ​ວ່າ​ດ້ວຍ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະ ຊວງ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະ ນາ​ຊົນະ​ບົດຂຶ້ນ ທີ່ສະ​ໂມ​ສອນສະ​ຖາ​ບັນ​ຄົ້ນຄວ້າກະສິກຳ ​ແລະ ປ່າ​ໄມ້ ​ແຫ່ງ​ຊາດ ໂດຍ​ການ​ໃຫ້ກຽດ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານຮອງ​ເຈົ້າ​ແຂວງໆ ວຽງຈັນ, ​ໄຊ​ສົມບູນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ​ປະທານ​ສະພາ​ປະຊາ ຊົນ​ແຂວງ ​ໄຊ​ສົມບູນ. ມີ​ຕາງໜ້າກົມ, ສະ​ຖາ​ບັນ, ກະຊວງ​ອ້ອມ​ຂ້າງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ, ນະຄອນຫຼວງ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ ​ເຂົ້າຮ່ວມ​ທັງໝົດ 145 ທ່ານ, ຍິງ 18 ທ່ານ.

          ​ໃນ​ທີ່​ປະຊຸມ ໄດ້​ສະ​ເໜີຜ່ານ (​ຮ່າງ) ບົດ​ວິພາກ​ກ່ຽວກັບ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ ຂອງ​ກະ ຊວງ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ; ບົດ​ວິພາກກ່ຽວກັບ​ການ​ປັບປຸງ ​ແລະ ສ້າງ​ຕັ້ງ​ກົມພັດ ທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ; ບົດ​ວິພາກ​ກ່ຽວກັບ​ການ​ສ້າງ​ຕັ້ງ​ ກົມ​ຈັດສັນ​ພູມລຳ​ເນົາຖາວອນ ​ແລ​ະ ອາຊີບໝັ້ນທ່ຽງ; ບົດ​ວິພາກ​ຂອງ​ກົມ​ປ່າ​ໄມ້. ຫຼັງຈາກ​ນັ້ນ​, ແຕ່​ລະ​ພາກສ່ວນ​ກໍ່​ໄດ້​ມີ​ການ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ ຮ່າງ ບົດ​ວິພາກ​ດັ່ງກ່າວ ​ເພື່ອ​ໃຫ້ມີ​ເນື້ອ​ໃນຄົບ​ຖ້ວນ​ສົມບູນ ​ແລະ ສາມາດ​ນຳ​ໄປ​ຈັດຕັ້ງປະຕິບັດ​ໄດ້.

          ​ໃນ​ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ມີ​ຄຳ​ເຫັນ​ຕໍ່ກອງ​ປະຊຸມ​ເຊັ່ນ:

  1. ບັນດາ​ທ່ານ​ຜູ້​ແທນ​ກອງ​ປະຊຸມ​ທ່ານ​ໃດ ທີ່​ຍັງ​ບໍ່ທັນ​ໄດ້​ປະກອບ​ຄຳ​ຄິດຄຳ​ເຫັນ ຫຼື ຢາກ​ນຳ​ໄປ​ຄົ້ນຄວ້າ ​ແລະ ປຶກສາ​ຫາລື​ນຳໝູ່ຄະນະ ​ເພື່ອ​ຄວາມ​ເປັນ​ເອກະ​ພາບ ກໍ່ສາມາດ​ສັງ​ລວມຄຳ​ຄິດ​ເຫັນ​ດັ່ງກ່າວ​ ສົ່ງ​ໃຫ້​ຄະນະ​ຮັບຜິດຊອບ;
  2. ຄະນະ​ນຳ ​ແລະ ຄະນະ​ຮັບຜິດຊອບ​ດ້ານ​ເນື້ອ​ໃນ​ຂອງ​ຫ້ອງການ​ກະຊວງ, ບັນດາ​ກົມ​ວິຊາ​ການ, ສະ​ຖາ​ບັນ ​ແລະ ພາກສ່ວນ​ກ່ຽວຂ້ອງ ຕ້ອງ​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ໃນ​ຄັ້ງນີ້ ​ໄປ​ປັບປຸງ​ຂະ​ແໜງການ​ຂອງ​ຕົນ​ໃຫ້​ມີ​ຄວາມ​ກະ ທັດ​ຮັດ, ​ເຂັ້ມ​ແຂງ ​ແລະ ມີ​ປະສິດທິພາບ;
  3. ມອບ​ໃຫ້​ຫົວໜ້າກອງ​ເລຂາ​ຄະນະ​ຮັບຜິດຊອບ​ດ້ານ​ເນື້ອ​ໃນ ສັງ​ລວມຂໍ້​ມູນ ​ແລະ ຄຳ​ຄິດຄຳເຫັນ​ຕ່າງໆ ​ເພື່ອ​ສ້າງ​ເປັນ​ບົດ​ບັນທຶກ ​ແລະ ລາຍ​ງານ​ໃຫ້ການ​ນຳ​ກະຊວງ​ຊາບ ​ແລະ ມີ​ທິດ​ຊີ້ນຳ;
  4. ​ໃຫ້​ກອງ​ເລຂາ​ກວດຄືນ​ນິຕິ​ກຳ​ຕ່າງໆທີ່​ກ່ຽວຂ້ອງ ປັບປຸງ​ບາງ​ເນື້ອ​ໃນ, ຊັບຊ້ອນ​ປະ​ໂຫຍ​ກ, ຄຳ​ສັບ​ຕ່າງໆ ​ໃຫ້​ຖືກຕ້ອງ​ຕາມຫຼັກ​ໄວຍາກອນ.
  5. ​ໃຫ້​ຄະນະຮັບຜິດຊອບ​ສະຫຼຸບຖອດ​ຖອນ​ບົດຮຽນ ​ຈາກກອງ​ປະຊຸມ​ໃນ​ຄັ້ງນີ້ ​ເພື່ອ​ເຮັດ​ໃຫ້​ການຈັດ​ກອງ​ປະຊຸມ​ໃນ​ຄັ້ງຕໍ່​ໄປ ​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ຂຶ້ນກວ່າ​ເກົ່າ.

ນະຄອນຫຼວງວຽງຈັນ, ວັນ​ທີ 27/09/2016.

ຂຽນ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

ກວດ​​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ