ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງ ປົວແປງທົ່ວພັກ ປີ 2017

IMG_0280 IMG_0345

ກອງ​ປະຊຸມ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017 ຂອງ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ຊຸດ​ທີ 1 ໄດ້ໄຂ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 6-7 ມີ​ຖຸນາ 2017 ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດ. ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມຂອງ​ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງປົວ​ແປງ​ທົ່ວ​ພັກ ປີ 2017; ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ. ​ໂດຍ​ມີ​ຄະນະ​​ບໍລິຫານ​ງານ​ພັກກະຊວງ, ຄະນະ​ພັກ​ຂັ້ນ​ຕ່າງໆ, ສະມາຊິກ​ພັກຂັ້ນອາວຸ​ໂສ, ສະມາຊິກ​ພັກ-ພະນັກງານຫຼັກ​ແຫຼ່ງ  ​ເຂົ້າຮ່ວມ​ທັງໝົດ 357 ສະຫາຍ, ຍິງ 65 ສະຫາຍ.

          ໃນ​ທີ່​ປະ​ຊຸມ ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນ​ເຜີຍ​ແຜ່​ຄຳ​ສັ່ງ​ເລກທີ 01/ກມສພ, ລົງ​ວັນ​ທີ 01 ກຸມພາ 2017. ວ່າ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017; ​ເອກະສານ ​ເດັດດ່ຽວປັບປຸງ​ປົວ​ແປງ​ທົ່ວ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ ​ແລະ ຄຳ​ແນະນຳ​ການສ້າງຂະ​ບວນການ​ແຂ່ງຂັນ​ຍ້ອງຍໍ 3 ​ເນື້ອ​ໃນ 4 ຮັບປະ ກັນ. ​ໃນ​ວັນ​ຕໍ່ມາ, ສະຫາຍ ທອງ​ພັດ ວົງ​ມະນີ ຮອງ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ ຕີ​ລາຄາ​ການ​ຊີ້​ນຳ-ນຳພາ ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 5 ຂອງ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້. ຈາກ​ນັ້ນ ຄະນະ​ຮັບຜິດຊອບ​ກອງ​ປະຊຸມ ກໍ່​ໄດ້​ຢາຍ​ບັດ​ໃຫ້​ບັນດາ​ສະມະ​ຊິກ​ພັກ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ປ່ອນ​ບັດ​ປະກອບ​ຄຳ​ຄິດ​ເຫັນ​ຕໍ່ຄະນະ​ພັກ​ກະຊວງ.

          ​ໃນ​ຕອນ​ທ້າຍ​ກອງ​ປະຊຸມ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງປົວ​ແປງ​ທົ່ວ​ພັກ ປີ 2017 ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ກອງ​ປະຊຸມ ໂດຍເນັ້ນໜັກໃຫ້ຄະນະພັກກະຊວງ, ຄະນະພັກຂັ້ນຕ່າງໆ​ເປັນ​ແບບຢ່າງ​ຈິງ​ໃຈ ຍົກ ​ແລະ ​ໄຈ້​ແຍກ​ຈຸດ​ອ່ອນ, ຂໍ້ຄົງຄ້າງ​ຂອງ​ຕົນ​ທີ່​ຜ່ານ​ມາ, ຈິງ​ໃຈ​ຮັບ​ຟັງ ​ແລະ ພິຈາລະນາ​ທຸກ​ຄຳ​ຄິດ​ເຫັນ,​ຕຳນິສົ່ງ​ຂ່າວ​ຂອງໝູ່ຄະ​ນະ ​ແລະ ຂັ້ນລຸ່ມ ພາຍຫຼັງສຳ​ເລັດ​ຂັ້ນກະຊວງ​ແລ້ວ ​ໃຫ້​ສືບຕໍ່ດຳ​ເນີນ​ຊີວິດ​ຢູ່​ຂັ້ນຮາກ​ຖານ ​ແລະ ໜ່ວຍຕ່າງໆອ້ອມ​ຂ້າງ​ກະຊວງ​ໃຫ້​ເລິກ​ເຊິ່ງ​ເຖິງ​ຖອງ​ເຊັ່ນ​ກັນ.

–       ປັບປຸງ​ແບບ​ແຜນ​ນຳພາ ​ແລະ ວິທີ​ເຮັດ​ວຽກຂອງ​ຄະນະ​ພັກ​ກະຊວງ, ​ຄະນະ​ພັກຂັ້ນຕ່າງໆ ​ແລະ ສະມາຊິກ​ພັກ ​ແກ້​ໄຂ​ພະຍາດ​ອາດຍາ​ສິດ, ​ເອກະ​ຊົນ, ການ​ສວຍ​ໃຊ້ໜ້າທີ່​ສໍ້​ລາດ​ບັງຫຼວງ ​ແລະ ອື່ນໆ​ໃຫ້​ເຂົ້າສູ່​ລະບຽບຫຼັກການ​ຢ່າງ​ເຂັ້ມງວດ.

–       ຕິດຕາມ​ກວດກາ​ພັກ, ກວດກາ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງຂັ້ນກະຊວງ, ບັນດາ​ກົມ, ສະ​ຖາ​ບັນ ​ແລະ ໜ່ວຍຮາກ​ຖານ​ຕ່າງໆ ຄະນະ​ກວດກາ​ພັກ​ຕ້ອງ​ມີ​ການວາງ​ແຜນ​ລວມ, ມີ​ແຜນ​ງານ ​ແລະ ​ໂຄງການ​ລະອຽດ, ກຳ ນົດ​ເປົ້າໝາຍການ​ຕິດຕາມ​ກວດກາ​ປົກກະຕິ ​ເພື່ອ​ສະ​ເໜີ​ໃຫ້​ຄະນະ​ພັກ ​ແລະ ການ​ນຳ​ກະຊວງ​ຮັບຮອງ ​ແລະ ຈັດຕັ້ງປະຕິບັດ​ໃຫ້​ເກີດ​ຜົນ.

ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 2 ວັນ​ເຕັມ  ​ແລະ ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ຕາມ​ຄາດໝາຍ. ຫຼັງຈາກ​ນັ້ນ, ຄະນະ​ພັກ​ກະຊວງ ​ແລະ ຄະນະ​ພັກ​ຂັ້ນຕ່າງໆ ກໍ່​ໄດ້​ໃຫ້ກຽດຮ່ວມ​ກັນປູກ​ຕົ້ນ​ໄມ້ ຢູ່​​ເດີ່ນ​ກິລາ​ຂອງກົມ​ຄຸ້ມ​ຄອງ​ ​ແລະ ພັດທະນາ​ທີ່​ດິນ​ກະສິກຳ​ໃນ​ຄັ້ງນີ້ດ້ວຍ.

 

                                                                             ນະຄອນຫຼວງວຽງຈັນ, ວັນ​ທີ 12 ມີ​ຖຸນາ 2017.

                                                                             ຂຽນ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                             ກວດ​ແກ້: ທ່ານ ນ. ປ້ອມ ພັນທະ​ວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ