ກອງປະຊຸມຄັ້ງທີ 3 ຂອງໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດ

IMG_2232 IMG_2227

ໃນວັນທີ 20 ກັນຍາ 2016 ທີ່ຜ່ານມາ ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ກົມແຜນການ ແລະການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງໜ່ວຍງານຂະແໜງ ການກະສິກໍາ ແລະ ພັດທະນາຊົນນະບົດຂື້ນ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຄລໍດີນ ເລີດູ, ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກອົງການ IFAD, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ພ້ອມດ້ວຍບັນດາການນໍາຂັ້ນກົມອ້ອມຂ້າງກະຊວງ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນ 102 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອປືກສາຫາລືຕໍ່ຮ່າງບົດລາຍງານປະຈໍາປີ ຂອງໜ່ວຍງານຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ, ເຜີຍແຜ່ການສະໜັບສະໜູນດ້ານນະໂຍບາຍທຸລະກິດກະສິກໍາໄລຍະ 10 ປີ, ແຜນ 5 ປີ ແລະ ຍຸດທະສາດການພັດທະນາຊົນນະບົດຮອດປີ 2025 ແລະ ພ້ອມທັງປຶກສາຫາລືຕໍ່ບົດວິພາກເສດຖະກິດ-ສັງຄົມໃນການລົງທຶນດ້ານຊົນລະກະເສດທີ່ໄດ້ຮັບການສະໜັັບສະໜູນຈາກທະນາຄານພັດທະນາອາຊີ (ADB). ພາຍຫຼັງການນໍາສະເໜີແຕ່ລະບົດກໍ່ໄດ້ມີການສົນທະນາ ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ. ຈາກນັ້ນ, ທ່ານປະທານກອງປະຊຸມກໍ່ໄດ້ສະຫຼຸບເນື້ອໃນກອງປະຊຸມໂດຍຫຍໍ້ ແລະ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ດໍາເນີນຂະບວນການເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ