ກອງປະຊຸມກະກຽມໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ

 

 

DSC_0403

ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ແລະ ການ​ຄຸ້ມ​ຄອງ​ອ່າງ​ໂຕ່ງ​ແບບ​ຍືນ​ຍົງ ​ໄດ້​ດຳ​ເນີນ​ໜ້າງວຽກ​ໄປ​ຈຳນວນໜຶ່ງ​ແລ້ວ ​ເຊິ່ງຄະນະຮັບຜິດ​ຊອບ​ກະກຽມ​ໂຄງການ​ຂັ້ນສູນ​ກາງ ​ໄດ້​ປະສານ​ສົມທົບ ​ແລະ ປຶກສາ​ຫາລື​ກັບ​ທະນາຄານພັດທະນາອາຊີ(ADB) ກໍ່ຄື​ບັນດາ​ຄູ່ຮ່ວມພັດທະນາ​ຕ່າງໆ ​ແລະ ບັນດາ​ຂະ​ແໜງການ​ທີ່​ກ່ຽວຂ້ອງແຕ່​ສູນ​ກາງ​ລົງຮອດທ້​ອງຖິ່ນ ​ແລະ ຊາວ​ກະສິກອນ​ໃນ​ກຸ່ມ​ເປົ້າໝາຍ.

          ​ໃນ​ວັນ​ທີ 13 ມີນາ 2018 ກົມ​ຊົນລະ​ປະທານ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມ​ລິ​ເລີ່​ມກະກຽມ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ແລະ ການ​ຄຸ້ມ​ຄອງ​ອ່າງ​ໂຕ່ງ​ແບບ​ຍືນ​ຍົງຂຶ້ນ ທີ່​ໂຮງ​ແຮມຫຼວງພະ​ບາງ​ວິວ, ​ແຂວງ ຫຼວງພະ​ບາງ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ເຊິ່ງມີ​ທ່ານຮອງ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ, ຊຽງຂວາງ ​ແລະ ​ແຂວງຫົວພັນ; ການ​ນຳ​ກົມ​ອ້ອມ​ຂ້າງ​ກະຊວງ ກປ; ພະ​ແນ​ກ ກປ ​ແຂວງ; ຜູ້​ໃຫ້​ທຶນ, ອົງການ​ຈັດຕັ້ງສາກົນ ​ແລະ ຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ຜູ້​ປະສານ​ງານ​​ໂຄງການຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

DSC_0416DSC_0432

          ຈຸດປະສົງ​ຂອງ​ກອງ​ປະຊຸມ​ເພື່ອ​ເປັນ​ການ​ເປີດ​ບັ້ນລິ​ເລີ່​ມການ​ກະກຽມຂຽນບົດ​ສະ​ເໜີ​ໂຄງການ ​ໃຫ້​ສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້ ​ແລະ ​ເພື່ອ​ເປັນ​ການ​ແຈ້ງ​ໃຫ້​ທຸກ​ພາກສ່ວນຮັບຊາບ​ຢ່າງ​ເປັນ​ທາງ​ການ. ​ໂຄງການ​ດັ່ງກ່າວ​ໄດ້​ກຳນົດ​ເອົາ 4 ​ແຂວງ​ເປົ້າໝາຍຄື: ​ແຂວງ ຫົວພັນ, ຊຽງຂວາງ, ຫຼວງພະ​ບາງ ​ແລະ ​ແຂວງ ​ໄຊ​ຍະ​ບູລີ ​ເນື່ອງ​ຈາກ​ວ່າ​ບັນດາ​ແຂວງ ດັ່ງກ່າວ​ນອນ​ໃນ​ມາດຖານ​ເງື່ອນ​ໄຂ​ໃນ​ການ​ກຳນົດ​ເຂດ​ເປົ້າໝາຍ​ໂຄງການ​ຂອງ ADB ​ແລະ ​ເປັນ​ແຂວງ​ທີ່ ADB ​ເຄີຍ​ສະໜັບສະໜູນ​ໂຄງການ​ພັດທະນາ​ຊົນລະປະທານ​ຂະໜາດນ້ອຍ. ນອກຈາກ​ນີ້, ກໍ່​ແມ່ນ​ແຂວງ​ທີ່​ນອນ​ໃນ 10 ​ແຂວງ​ເປົ້າໝາຍ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ສະບຽງອາຫານ ​ແລະ ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ​ຂອງ​ລັດຖະບານ.

          ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ກໍ່​ໄດ້​ມີ​ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ລະຫວ່າງ ກະຊວງ​ກະສິກຳ ​​ແລະ ປ່າ​ໄມ້ ຕາງໜ້າ​ເຊັນ​ໂດຍ ​ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ​ກະຊວງ ກປ, ​ແຂວງ​ເປົ້າໝາຍຕາງໜ້າ​ເຊັນ​ໂດຍ ທ່ານ ປອ ບົວ​ຄົງ ນາມມະ​ວົງ ຮອງ​ເຈົ້າ​ແຂວງໆຫຼວງພະ​ບາງ, ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ, ທ່ານ ປອ ຄຳ​ປາວ ມົວ ຮອງ​ເຈົ້າ​ແຂວງໆຊຽງຂວາງ, ທ່ານ ພັນ​ທອງ ​ເພັດ​ໄຊ​ສົມ​ພັນ ຮອງ​ເຈົ້າ​ແຂວງໆຫົວພັນ; ຕາງໜ້າທະນາພັດທະນາ​ອາຊີ (ADB) ​ເຊັນ​ໂດຍ ທ່ານ ​ເດ​ວິດ ຊໍ​ເຕີ (Dvid Salter) ​ໂດຍ​ມີ​ຜູ້​ເຂົ້າຮ່ວມກອງ​ປະ​ຊຸມທັງໝົດ​ເປັນສັກຂີ​ພະຍານ.

                                                                   ພາບ ​ແລະ ຂ່າວ​ໂດຍ: ​ພະ​ແນ​ກຂ່າວສານ ກປ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ