ກອງກວດກາປ່າໄມ້ແຂວງຊຽງຂວາງ ຍຶດໄມ້ ຢູ່ດ່ານສາກົນນໍ້າກັ່ນ

IMG_8416

ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ໃຫ້ປະກົດຜົນເປັນຈິງ ແລະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການຂຸດຄົົ້ນໄມ້, ທຸລະກິດໄມ້ ແລະການສົ່ງອອກໄມ້ ໃຫ້ມີຄວາມເຂັ້ມງວດຕາມລະບຽບກົດໝາຍ. ໃນວັນທີ 2 ມັງກອນ 2019 ຢູ່ທີ່ດ່ານສາກົນ ນໍ້າກັ່ນ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງຊຽງຂວາງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ສົມທົບກັນກວດກາລົດ 6 ລໍ້ທີ່ຕ້ອງສົງໄສ ໝາຍເລກທະບຽນ 37c 29168 ຊື່ງຄົນຂັບຊື່ ທ. ເລວັນຢຸ່ງ ແລະ ທ. ຫງຽນດຶກຕ້ວນ (ເຈົ້າຂອງລົດ)ພາຍຫຼັງກວດກາໄດ້ພົບເຫັນໄມ້ (ຄ້າຍຄືໄມ້ຂະຍຸງ) ຊຸກເຊືອງຢູ່ໃນຖັງນໍ້່າ ແລະຖັງນໍ້າມັນ ທີ່ດັດແປງ ຈໍານວນ 62 ຕັບ/ທ່ອນ, ນໍ້າໜັກ 687 ກິໂລ ຕາມການໃຫ້ການໃນເບື້ອງຕົ້ນຂອງຄົນຂັບລົດ ໃຫ້ຮູ້ວ່າ: ໄມ້ຈໍານວນດັ່ງກ່າວແມ່ນໄດ້ເຄື່ອນຍ້າຍມາແຕ່ພາກໃຕ້ ຂອງປະເທດລາວ ໂດຍບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຈຸດປະສົງແມ່ນຈະເອົາໄມ້ຈໍານວນດັ່ງກ່າວຂ້າມໄປ ສ.ສ ຫວຽດນາມ ພາຍຫຼັງຢຶດໄມ້ ແລະກັກໂຕຜູ້ຕ້ອງຫາແລ້ວ, ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້(ຈາກສູນກາງ) ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ນໍາເອົາຜູ້ຖືກຫາທັງ2ຄົນ ມາສືບສວນ-ສອບສວນ ຊື່ງ ທ. ຫງຽນດຶກຕ້ວນ (ເຈົ້າຂອງລົດ) ໄດ້ຮັບສາລະພາບວ່າເປັນຄົນຊື້ໄມ້ຂະຍຸງດັ່ງກ່າວ ໂດຍໄດ້ຮັບຊື້ຕໍ່ຈາກ ພໍ່ຄ້າໄມ້ ຊາວຫວຽດນາມ ຢູ່ໃນເຂດເມືອງໜອງແຮດ, ແຂວງ ຊຽງຂວາງ ເພື່ອທີ່ຈະນໍາໄປຂາຍຕໍ່ຢູ່ ຫວຽດນາມ ແຕ່ໄດ້ຖືກເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ທີ່ປະຈໍາຢູ່ດ່ານຍຶດໄດ້ກ່ອນ.

IMG_8417

IMG_8403

 ກ່ຽວກັບຄະດີການລັກລອບ ຊື້-ຂາຍ ເຄື່ອນຍ້າຍໄມ້ຂະຍຸງ ຊື່ງເປັນໄມ້ປະເພດຫວງຫ້າມປະເພດ I ສາມາດຕີລາຄາໄດ້ດັ່ງນີ້: 1. ທ. ເລວັນຢຸ່ງ (ໂຊເຟີ)ແມ່ນໄດ້ມີສ່ວນຮ່ວມໃນການລັກລອບຊຸກເຊື່ອງ ແລະເຄື່ອນຍ້າຍໄມ້ ຊະນິດໄມ້ຫວງຫ້າມ ເຫັນວ່າຜິດຕໍ່ກົດໝາຍວ່າດ້ວຍປ່າໄມ້ຕາມມາດຕາ 101 ຂໍ້ 8 ເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ. 2. ທ. ຫງຽນດຶກຕ້ວນ (ເຈົ້າຂອງລົດ) ແມ່ນໄດ້ທໍາການຊື້-ຂາຍ ເຄື່ອນຍ້າຍໄມ້ປະເພດຫວງຫ້າມ ຊະນິດໄມ້ຂະຍຸງ ທີ່ບໍ່ມີເອກະສານໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຊື່ງຜິດຕໍ່ກົດໝາຍວ່າດ້ວຍປ່າໄມ້ຕາມມາດຕາ 101 ຂໍ້ຫ້າມສໍາລັບນັກທຸລະກິດຊື້-ຂາຍໄມ້ ທີ່ບໍ່ຖືກຕ້ອງຕາມກົດໝາຍ ສໍາລັບຜູ້ກະທໍາຜິດແມ່ນໄດ້ສືບຕໍ່ສືບສວນ-ສອບສວນ ດໍາເນີນຄະດີກ່ຽວກັບການກະທໍາຜິດຕາມກົດໝາຍ ແລະລະບຽບການຂອງ ສປປລາວ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ