ຂ່າວ

[English below] ການເຜີຍແຜ່ຮ່າງເອກະສານກ່ຽວກັບ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF:

ລັດຖະບານແຫ່ງ ສປປ ລາວ ໄດ້ເຂົ້າເຖີງທຶນການຊ່ວຍເຫຼືອ 37 ລ້ານໂດລາສະຫະລັດ ຂອງສະມາຄົມພັດທະນາສາກົນ ຫຼື ທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພສະນາການໃນຊົນນະບົດໃນໄລຍະ 2 (RRPM-II, ໃນທີ່ນີ້ເອີ້ນວ່າ: “ໂຄງການ”). ໂຄງການດັ່ງກ່າວຈະກວມເອົາ 7 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ໂດຍກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ຈັດຕັ້ງປະຕິບັດຜ່ານ ກົມພັດທະນາຊົນນະບົດ ໂດຍຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ເຊີ່ງຈັດຕັ້ງປະຕິບັດຜ່ານສະຖາບັນຄົ້ນຄວ້າການພັດທະນາ. ຕາມຄວາມຮຽກຮ້ອງຕ້ອງການຂອງທະນາຄານໂລກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກະກຽມເອກະສານຕໍ່ໄປນີ້ກ່ອນການຈັດຕັ້ງປະຕິບັດໂຄງການໄລຍະທີ່ສອງ: • ກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF), ລວມທັງຂັ້ນຕອນການຄຸ້ມຄອງແຮງງານ (LMP), • ແຜນການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂອງ (SEP), ແລະ • ແຜນພັນທະສັນຍາດ້ານສິ່ງແວດລ້ອມ ແລະສັງຄົມ (ESCP) ຈຸດປະສົງຂອງເອກະສານເຫຼົ່ານີ້ແມ່ນເພື່ອຮັບປະກັນຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ຜົນກະທົບທີ່ກ່ຽວຂ້ອງກັບກິດຈະກໍາຂອງໂຄງການທີ່ສະເໜີໃຫ້ຖືກກຳນົດ ແລະ ຫຼີກລ້ຽງ. ສິ່ງໃດທີ່ບໍ່ສາມາດຫຼີກລ່ຽງໄດ້, ທາງດ້ານເຕັກນິກ, ຄວາມສ່ຽງ ແລະ ຜົນກະທົບດັ່ງກ່າວຈະຖືກຫຼຸດໜ້ອຍລົງ ແລະ ຫຼຸດຜ່ອນລົງ. ກະຊວງກະສິກໍາ ແລະ ປ່າໄມ້ຕ້ອງການເຜີຍແຜ່ ບັນດາເອກະສານ ESF ຂ້າງເທິງນີ້ເພື່ອຈຸດປະສົງຂອງການປຶກສາຫາລືທາງສາທາລະນະ. ເອກະສານຂ້າງເທິງນີ້ໄດ້ຖືກເຜີຍແຜ່ໃນຂໍ້ຄວາມເຕັມເປັນພາສາອັງກິດ, ແລະໃນຮູບແບບຂອງບົດສະຫຼຸບຫຍໍ້ເປັນພາສາລາວ. ຄໍາຄິດເຫັນ ຫຼື ຄໍາແນະນໍາສໍາລັບຮ່າງເອກະສານຂ້າງເທິງນີ້ຈະຖືກສົ່ງໄປຫາທີມງານກະກຽມໂຄງການຂອງກະຊວງກະສິກໍາ ແລະ ປ່າໄມ້, ໂດຍຜ່ານການຕິດຕໍ່ດັ່ງຕໍ່ໄປນີ້: • ທ່ານ ຄຳເພັດ ແສງຈັນອຸດົມ – ຊ່ຽວຊານ ຄຸ້ມຄອງໂຄງການ • ອີເມວ: khamphet.scod@gmail.com • ໂທລະສັບມືຖື: +856 20 22224508 ຮ່າງເອກະສານດັ່ງກ່າວໄດ້ຮັບການປັບປຸງໂດຍອີງຕາມຄຳເຫັນ ແລະ ຄຳສະເໜີແນະຂອງຜູ້ມີສ່ວນຮ່ວມຂອງໂຄງການ ແລະ ຜູ້ມີສ່ວນຮ່ວມອື່ນໆທີ່ສົນໃຈ. ເອກະສານສະບັບປັບປຸງ, ແລະ ສະບັບສຸດທ້າຍ, ຖືກເຜີຍແຜ່ຢູ່ໃນຫນ້າເວັບດຽວກັນກ່ອນທີ່ຈະປະຕິບັດໂຄງການໄລຍະສອງ/DISCLOSURE OF DRAFT ESF DOCUMENTS. The Government of Lao PDR (GOL) has accessed $37 million of the International Development Association (IDA), or the World Bank (WB), to implement the Reducing Rural Poverty and Malnutrition Project – Phase 2 (RRPM II, herein referred to as the “Project”). The project will cover Seven provinces: Xiengkhuang, Huaphanh, Oudomxay, Phongsaly, Sekong, Salavan and Savannakhet provinces, and will be implemented by the Ministry of Agriculture and Forest (MAF) – through its Department of Rural Development (DRD), and the Ministry of Planning and Investment (MPI) – through its Development Research Institute (DIC). As required by the World Bank, MAF has prepared the following documents prior to project implementation: • Environmental and Social Management Framework (ESMF), including a Labor Management Procedures (LMP), • Stakeholder Engagement Plan (SEP), and • Environmental and Social Commitment Plan (ESCP) The purpose of these documents is to ensure environmental and social risks and impacts that are associated with proposed project activities are identified and avoided. Where avoidance is not possible, technically, such risks and impacts will be minimized and mitigated. MAF would like to disclose the above ESF documents for the purpose of public consultation. The above documents are disclosed in full text in English, and in the form of Executive Summary in Lao language. Comments or suggestions for the above draft documents should be addressed to Project Preparation Team of MAF − through the following contact: • Mr. Khamphet Sengchan Oudom In – Project Manager• Email: khamphet.scod@gmail.com • Mobile phone: +85620 22224508. The updated documents, and the final version, will be disclosed on the same webpage prior to project implementation. Thank you very much.

Annex 5. ESCP-Laos RRPM II-Revised Version 10102023

ESMF – Laos RRPM II (V5, May 10, 2023)-revised

LMP – Laos RRPM II (V5, May 10, 2023) Revised

SEP – Laos RRPM II (V5, May 9, 2023) Revised

ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ/POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ

POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ໃນວັນທີ 2 ຕຸລາ 2023, ທີ່ສູນຄົ້ນຄວ້າພືດກະສິກໍາພາກໃຕ້ (ຫຼັກ 35) ເມືອງປາກຊ່ອງ, ແຂວງຈໍາປາສັກ, ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ (CLEAN Project) ຮ່ວມມືກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ໄດ້ເປີດການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ ຂຶ້ນ, ໃຫ້ກຽດເຂົ້າຮ່ວມໃນພິທີເປີດຝຶກອົບຮົມໃນຄັ້ງໂດຍ ທ່ານ ຄໍາເຜີຍ ພຸດໂທ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ອາເລັກ ດາຮານ ຫົວໜ້າໂຄງການສ້າງຄວາມເຊື່ອມໂຍງເຄືອຂ່າຍກະສິກໍາ ຫຼື ໂຄງການ ຄຣີນ ປະຈໍາລາວ, ທ່ານ ແສງຈັນ ຄໍາມຸນທາ ຮອງປະ ທານສະມາຄໄມກາເຟລາວ, ທ່ານ ຄໍາສອນ ສີຊາຍຸດ ຕ່າງໜ້າສະມາຄົມຄົນຮັກກາເຟ, ທ່ານ ອິນປັນ ແຫວນສົມເພັດ ຮອງຫົວໜ້າສູນຄົ້ນຄວ້າພືດກະສິກໍາພາກໃຕ້ ຫຼັກ 35 ເມືອງປາກຊ່ອງ ແຂວງຈໍາປາສັກ, ຊຶ່ງມີວິທະຍາກອນທີ່ມາຈາກປະເທດອິນໂດເນເຊຍ ທ່ານ ລີໂອ ເພີບາ ໄວລຽດຈາຈາ, ທ່ານ ນ. ປານລະວີ ດາລາດັງ ຜູ້ຊ່ວຍຄູຝຶກ ແລະ ນັກສໍາມະນາກອນທີ່ມາຈາກພະແນກ ກປ ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ, ຫ້ອງການ ກປ ເມືອງປາກຊ່ອງ, ທ່າແຕງ ແລະ ເມືອງເລົ່າງາມ, ສູນຄົ້ນຄວ້າພືດກະສິກໍາພາກໃຕ້, ຜູ້ປະກອບການກາເຟ, ສະມາຄົມກາເຟລາວ ແລະ ສະມາຄົມຜູ້ຮັກກາເຟລາວ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 12 ທ່ານ. Continue reading

ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation)

ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ

(The Global Conference on Sustainable Livestock Transformation)

 

   

ໃນລະຫວ່າງ ວັນທີ 25-27 ກັນຍາ 2023 ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation) ທີ່ນະຄອນກຸງໂຣມ, ປະເທດອີຕາລີ. Continue reading

ຝຶກອົບຮົມການນໍາໃຊ້ ແລະ ການບໍາລຸງຮັກສາເຄື່ອງກົນຈັກກະສິກໍາ

ໂຄງການປັບປຸງກົນຈັກກະສິກໍາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດເກົາຫຼີ, ໃນມຸນຄ່າ 3 ລ້ານ 7 ແສນ ໂດລາສະຫະ ລັດ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນປີ 2020-2024 ຢູ່ສູນພັດທະນາກະສິກໍາໜອງແຫ້ວ, ນະຄອນຫຼວງວຽງຈັນ ແລະ ສູນພັດທະນາກະສິກໍາປາກແຈ້ງ, ແຂວງວຽງຈັນ. ໂຄງການດັ່ງກ່າວນີ້ເພື່ອຍົກ ແລະ ປັບປຸງຜົນຜະລິດແນວພັນເຂົ້າລຸ້ນ 3, ໂດຍການນໍາໃຊ້ກົນຈັກເຂົ້າມາຊ່ວຍໃນການການຜະລິດກະສິກໍາ ເພື່ອເປັນການຫຼຸດຜ່ອນແຮງງານຄົນ, ປັບປຸງຊົນລະປະທານ ເພື່ອຕອບສະໜອງໃຫ້ແກ່ການຜະລິດແນວພັນເຂົ້າ ແລະ ຍົກສູງຜົນຜະລິດເຂົ້າໃຫ້ສູງຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ອົງການຈັດຕັ້ງຊາວກະສິກອນໃຫ້ດີຂຶ້ນ. Continue reading

ຝຶກອົບຮົມຄູຝຶກອາສາສະໝັກໝໍດິນ ພາຍໃຕ້ໂຄງການຊ່ວຍເຫຼືອທາງດ້ານວິຊາການປັບປຸງດິນ ແລະ ການບໍລິຫານຈັດການນໍ້າໃຫ້ມີຄວາມຍືນຍົງ

ວິຊາການດິນຂັ້ນບ້ານ ຫຼື ໝໍດິນ ໝາຍເຖິງຜູ້ທີ່ສະໝັກໃຈເຄື່ອນໄຫວ ແລະ ຮັບໃຊ້ໃນວຽກກະສິກໍາຂອງບ້ານເປັນຜູ້ທີ່ໄດ້ຜ່ານການເຫັນດີ ຖືກຄັດເລືອກຈາກຄະນະພັກບ້ານ ຫຼື ການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ໄດ້ຮັບການຝຶກອົບຮົມ ຕາມຫຼັກສູດເຕັກນິກວິຊາການດິນຂັ້ນພື້ນຖານ (ພາກທິດສະດີ ແລະ ປະຕິບັດຕົວຈິງ) ຈາກວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ປະຈໍາແຂວງ ຫຼື ເມືອງ. Continue reading

ຫນັງສື​ແຈ້ງ​ເຊີນ​ປະມູນ”ໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ”

ສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະມີຄຸນນະວຸດທິເຫມາະສົມເຂົ້າຍື່ນຊອງປະມູນສໍາລັບການກໍ່ສ້າງໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ​ ກຳນົດໄລຍະກໍ່ສ້າງ 10 ເດືອນ.

ບໍລິສັດໃດທີ່ຕ້ອງການຊື້ເອກະສານປະມູນຕ້ອງຍື່ນຫນັງສືຫາຫ້ອງການບໍລິຫານ ແລະ​ ແຜນການສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍ-ຊອນຫ້ວຍຊົ້ວໃນໂມງລັດຖະການ​ ເລີ່ມແຕ່​ວັນທີ​ 12​ ກໍລະກົດ​ 2023​ ເປັນຕົ້ນໄປ ເຊິ່ງຊອງປະມູນຕ້ອງສົ່ງ ໃນເວລາ​ ຫລື​ ກ່ອນເວລາ 14:00​ ໂມງ​ ຂອງວັນທີ​ 16​ ສິງຫາ​ 2023​ ທີ່ຫ້ອງການບໍລິຫານ ແລະ​ ແຜນການ​ ສູນພັດທະນາ​ແລະບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ບ້ານ​ນາຍາງ, ເມືອງ​ນາຊາຍທອງ, ນະຄອນຫລວງວຽງຈັນ.​

#ເບີໂທຕິດຕໍ່:020​ 22337849 (ທ່ານ​ ຄໍາປັນ ສິດທິວົງ)

#ລາຍລະອຽດເພີ່ມຕື່ມອ່ານໄດ້ໃນເອກະສານດ້ານລຸ່ມນີ້:

ຫນັງສືເຊີນແຈ້ງປະມູນ

ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ເຕັກນິກການຜະລິດເຂົ້າ ແລະ ນໍາໃຊ້ກົນຈັກກະສິກໍາ ໃຫ້ກຸ່ມຊາວກະສິກອນ

ໂຄງ​ການປັບ​ປຸງ​ກົນ​ຈັກ​ກະ​ສິ​ກຳ ເປັນ​ໂຄງ​ການ​ທີ່​ໄດ​້​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ລັດ​ຖະ​ບານ​ເກົາຫຼີ ໃນ​ມູນ​ຄ່າ 3.700.000 ໂດ​ລາ​ສະ​ຫະ​ລັດ, ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ​ນັບ​ແຕ່​ປີ 2020-2024, ສະ​ຖານ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ​ຢູ່​ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ໜອງ​ແຫ້ວ, ນະ​ຄອນຫຼວງວຽງ ແລະ ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ປາກ​ແຈ້ງ, ແຂວງ ວຽງ​ຈັນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ກົມ​ສົ່ງ​ເສີມເຕັກ​ນິກ ແລະ ປຸງ​ແຕ່ງ​ກະ​ສິ​ກຳ. Continue reading

ຈຸດປະສົງເພື່ອປະກອບຄຳເຫັນໃສ່ບົດສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມເບື້ອງຕົ້ນ ສຳລັບ ໂຄງການ ຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ ຖ້າຫາກທ່ານໃດມີຄຳເຫັນກະລຸນສົ່ງຄຳເຫັນຂອງທ່ານມາຍັງເບີ: ທ່ານ ນາງ ສຸກສາຄອນ ຊ່ຽວຊານສິ່ງແວດລ້ອມ ໂທ 020 58667070 Email: Soukshl7@gmail.com

IEE FDMMP_Lao version

IEE FDMMP_Eng version

ມອບແນວພັນໃໝ່/Give new varieties

ມອບແນວພັນໃໝ່

ປອ ເພັດມະນີແສງ ຊ້າງໄຊຍະສານ

ປະຈຸບັນ ສະພາບແວດລ້ອມ ມີການປ່ຽນແປງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າຢູ່ ໃນທົວໂລກ ລວມທັງ ສປປລາວ. ການປ່ຽນແປງຂອງສະພາບແວດລ້ອມ ສົ່ງຜົນໃຫ້ມີການປ່ຽນແປງຂອງປະລິມານນໍ້າຝົນ, ການກະຈ່າຍໂຕຂອງປະລິມານນໍ້າຝົນ ແລະ ຝົນຕົກບໍ່ຖືກຕ້ອງຕາມລະດູການ. ບ່າງປີຝົນຕົ້ກຫຼາຍເກີນໄປ ເຮັດໃຫ້ເກີດນໍ້າຖ້ວມ ແລະ ບາງປີຝົນລະດູຝົນໜ້ອຍ ເຮັດໃຫ້ເກີດໄພແຫ້ງແລ້ງ ເຊິ່ງທັງໝົດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ ສປປລາວ. ສປປລາວ ເນື້ອທີ່ຜະລິດເຂົ້າທີ່ອາໃສນໍ້າຝົນກວມເອົາ 88%, ໃນນັ້ນ ເຂດທີ່ມີຄວາມສ່ຽງນໍ້າຖ້ວມກວມເອົາ 20%, ເຂດທີ່ມີຄວາມສຽງກັບໄພແຫ້ງແລ້ງກວມເອົາ 40%, ເຂດທີ່ມີຄວາມສ່ຽງທັງຖ້ວມ ແລະ ແຫ້ງແລ້ງ 30% ເຊິ່ງເຫັນວ່າໃນແຕ່ລະເຂດມີເປັນຂໍ້ຈໍາກົດ ແລະ ກົດໜວງການຜະລິດເຂົ້າ ຢູ ບ້ານເຮົາ ແລະ ເຮັດໃຫ້ຜົນຜະລິດສູນເສຍໃນບາງປີສູງເຖິງ 20%. ໃນປີ 2018, ໄດ້ເກີດໄພແລ້ງ ແລະ ໄພນໍ້າຖ້ວມ ທໍາລາຍເນືອທີ່ການຜະລິດເຂົ້າ 92,255 ເຮັກຕາ ກວມເອົາ 11.8% ຂອງຜົນຜະລິດທັງໝົດ ແລະ ໃນປີ 2019, ເກີດໄພນໍ້າຖ້ວມຢູ 6 ແຂວງພາກກາງທໍາລາຍເນືອທີຮ່ການຜະລິດເຂົ້າ 130,000 ເຮັກຕາ ກວມເອົາ 16.6% ຂອງຜົນຜະລິດເຂົາທັງໝົດ. Continue reading

ບົດລາຍງານພິເສດ ຂອງອົງການ FAO/WFP ກ່ຽວກັບ ການປະເມີນຜົນຜະລິດ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ/Special Report FAO/WFP CROP AND FOOD INSECURITY ASSESSMENT MISSION

ບົດລາຍງານພິເສດ ຂອງອົງການ FAO/WFP ກ່ຽວກັບ ການປະເມີນຜົນຜະລິດ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ

 

ການຜະລິດເຂົ້າ ສະເລ່ຍ 5 ປີ ຕໍ່າກວ່າ 4%; ອັດຕາເງິນເຟີ້ທາງດ້ານສະບຽງອາຫານສູງເຖິງ 47,1% ໃນເດືອນ ມັງກອນ 2023, ປະຊາກອນ 1,04 ລ້ານຄົນ ຫຼື 13,9% ຂອງປະຊາກອນທັງໝົດໄດ້ ຮັບຄວາມບໍ່ປອດໄພທາງດ້ານອາຫານໃນລະດັບປານກາງ, ໃນ 0,9% ໄດ້ລາຍງານວ່າ ເປັນອາຫານທີ່ບໍ່ປອດໄພແລະຮ້າຍແຮງທີ່ສຸດຢູ່ແຂວງອັດຕະປື ແລະ ແຂວງຫຼວງນ້ຳທາ. ໃນຄົວເຮືອນ 20% ໄດ້ລາຍງານໄດ້ຮັບອາຫານບໍ່ພຽງພໍ ເປັນຕົວເລກທີ່ສູງທີ່ສຸດຢູ່ໃນແຂວງໄຊສົມບູນ, ຈຳນວນຄົວເຮືອນ 20% ລາຍງານການຫຼຸດລະດັບຂອງອາຫານແຕ່ລະຄາບ; ຈຳນວນຄົວເຮືອນ 25% ລາຍງານວ່າລາຍຮັບຫຼຸດລົງເມື່ອທຽບກັບປີທີ່ຜ່ານມາ ແມ່ນມີຄວາມຈໍາເປັນຕ້ອງໄດ້ສົ່ງເສີມຊາວກະສິກອນ ທີ່ປະສົບກັບບັນຫາຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ທີ່ຢູ່ໃນຂັ້ນປານກາງ ຫຼື ຂັ້ນຮ້າຍແຮງ ແລະ ເສີມສ້າງຄວາມເຂັ້ມແຂງການຜະລິດດ້ານກະສິກໍາ, ໂດຍໃຫ້ຄວາມສໍາຄັນກັບເຈົ້າຂອງກິດຈະການຂະໜາດນ້ອຍ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ