|
ພິທີຝຶກອົບຮົມວິຊາການດ້ານການວິເຄາະຄວາມສ່ຽງ ຂອງພະຍາດສັດປີກຊື່ງຈັດຂື້ນໃນລະຫວ່າງວັນທີ 09-13/01/2012 ທີ່ແຂວງຫລວງພະບາງ. |
|
ໃນລະຫວ່າງວັນທີ່ 09-13 /01/ 2011 ທີ່ ແຂວງ ຫລວງ ພະບາງ ໂດຍຈັດຕັ້ງປະຕິບັດຂອງສູນສັດຕະວະແພດ, ກົມ ລ້ຽງສັດ ແລະ ການປະມົງ ຮ່ວມກັບ ນັກວິຊາການ ສູນບໍລິ ການກວດກາ ສຸຂະພາບສັດ ແລະ ພຶດ ກະຊວງກະສິກຳ ສະຫະລັດອາເມລິກາ ແລະ ສູນຄວບຄຸມພະຍາດຂອງສະ ຫະລັດ ( USCDC ) ສະຖານທູດອາເມລິກາ ປະຈຳ ສ ປ ປ ລາວ. ໄດ້ຈັດຕັ້ງຝຶກອົບຮົມວິຊາການວິເຄາະຄວາມສ່ຽງ ຂອງພະຍາດສັດປີກ ຢູ່ ທີ່ ໂຮມແຮມໂຊກພັນຄຳ ແຂວງ ຫລວງພະບາງ ໂດຍການເປັນທານຂອງ ທ່ານ ດຣ ມະຫາ ນະຄອນ ສຸລິຍາ, ຮອງຫົວໜ້າກົມລ້ຽງ ສັດ ແລະ ການປະ ມົງ ແລະ ທ່ານ ດຣ ແອນດຣູ ໂກວິນ ຫົວໜ້າສູນຄວບຄຸມ ພະຍາດສັດ ຂອງສະຫະ ລັດ (US CDC) ປະຈໍາສະຖານທູດອາເມລິກາ ປະຈໍາ ສ ປປ ລາວ ແລະ ນັກສໍາມະນາ ກອນຈາກ ຂະແໜງລ້ຽງສັດ ແລະ ການປະມົງ 9 ແຂວງພາກເໜືອ ເຂົ້າຮ່ວມມີ ແຂວງ ຜົ້ງສາລີ, ແຂວງບໍ່ແກ້ວ,
|
|
Read more...
|
|
|
ພີທີມອບ-ຮັບ ອຸປະກອນສຳລັບ ການຂ້າ-ຄົວ ສັດປີກ ຂະນາດນ້ອຍ |
|
ໃນ ວັນທີ່ 06 ທັນວາ 2011 ທີ່ກົມລ້ຽງສັດ ແລະ ການປະມົງ ໄດ້ມີພີທີ ມອບ-ຮັບ ອຸປະກອນສຳລັບ ການຂ້າ-ຄົວສັດປີກຂະ ໜາດນ້ອຍໃນລະດັບຄອບຄົວ ທີ່ຖືກຫລັກອານະໄມ ຢ່າງເປັນ ທາງການ.ໃນພິທີດັ່ງກ່າວ,ທ່ານ ດຣ ແອນດຣູ ໂກວິນ ຫົວໜ້າ ອົງການ US.CDC ປະຈຳສະຖານທູດສະຫະລັດ ອາເມລິກາ ປະຈຳ ສປປ ລາວ ໄດ້ຕາງໜ້າ ໃຫ້ແກ່ກະຊວງກະສິກຳ ແລະ ສູນບໍລິການ ກວດກາສັດ ແລະ ພືດສະຫະລັດອາເມລິກາເປັນ ຜູ້ມອບ ແລະ ທ່ານ ດຣ ມະຫານະຄອນ ສຸຣິຍາ, ຮອງຫົວໜ້າ ກົມລ້ຽງສັດ ແລະ ການປະມົງ ເປັນຜູ້ຮັບ ໂດຍຊ້ອງໜ້ານັກວິ ຊາການກ່ຽວຂ້ອງທັງສອງຝ່າຍຄື: ນັກວິຊາການກົມລ້ຽງສັດ ແລະການປະມົງ ແລະ ນັກວິຊາການຈາກສຳນັກງານ ຕາງໜ້າໃຫ້ແກ່ກະຊວງກະສິກຳ ແລະ ສູນບໍລີການກວດກາສັດ ແລະ ພືດ ປະຈຳສະຖານທູດ ສະຫະລັດ ອາເມລິກາ ປະຈຳ ສປປລາວ.
|
|
Read more...
|
|
ເປີດກອງປະຊຸມ ຕົວແທນສະມາຊິກພັກ ຂອງໜ່ວຍພັກກົມລ້ຽງສັດ ແລະ ການປະມົງ |
|
*(ຂປລ) : ກອງປະຊຸມຕົວແທນສະມາຊິກພັກ ຂອງໜ່ວຍພັກກົມ ລ້ຽງສັດ ແລະ ການປະມົງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພະຈິກ 2011 ທີ່ຫ້ອງ ປະຊຸມກົມດັ່ງກ່າວ, ກອງປະຊຸມດັ່ງກ່າວແມ່ນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະ ພັກກະຊວງກະ ສິກຳ ແລະ ປ່າໄມ້ ທີ່ຈະໄຂຂຶ້ນໃນອີກບໍ່ດົນນີ້. ໃນພິທີໄດ້ເປັນກຽດ ເຂົ້າຮ່ວມຂອງ ທ່ານ ວິໄລວັນ ພົມເຂ, ກຳມະການສູນກາງພັກ, ເລ ຂາຄະນະພັກ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ຕາງ ໜ້າໜ່ວຍພັກອ້ອມຂ້າງກະຊວງ, ຜູ້ຕາງໜ້າອົງການຈັດຕັ້ງ ມະຫາຊົນອ້ອມຂ້າງກົມ ພ້ອມດ້ວຍສະມາຊິກພັກເຂົ້າ ຮ່ວມ. ໃນກອງປະຊຸມ ພາຍຫລັງການກ່າວເປີດກອງປະຊຸມຢ່າງເປັນທາງການ ຂອງ ທ່ານ ດຣ ບຸນຂວາງ ຄຳມູນເຮືອງ, ເລຂາ ໜ່ວຍພັກ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ແລ້ວ ຜູ້ແທນທີ່ເຂ້ົາຮ່ວມໄດ້ຮັບຟັງບົດລາຍງານການເມືອງ ຂອງກົມລ້ຽງ ສັດ ແລະ ການປະມົງ ທີ່ໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ການ ເຄື່ອນໄຫວວຽກງານຂອງກົມໃນໄລຍະໜຶ່ງປີຜ່ານ
|
|
Read more...
|
|
ກອງປະຊຸມຄະນະຊິນຳໂຄງການປະຈຳສົກປີ 2010-2011 ຂອງໂຄງການຈັດສັນປ່າຜະລິດ ແລະ ພັດທະນາຊົນນະບົດ. |
|
ໃນທ້າຍອາທິດຜ່ານມາທາງໂຄງການຈັດສັນປ່າຜະລິດ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ການຂັ້ນສູນກາງຂື້ນຢູ່ແຂວງ ບໍລິຄຳໄຊ, ໂດຍມີທ່ານ ດຣ ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຊື່ງເປັນປະທ່ານຄະນະຊີ້ນຳໂຄງການຂັ້ນສູນກາງທັງ ເປັນປະທານກອງປະຊຸມ, ມີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ 9 ແຂວງ ຫົວໜ້າປະສານງານໂຄງການຕະຫຼອດ ເຖີງກົມອ້ອມຂ້າງກະຊວງດະສິກຳ ແລະ ແຂກທີ່ຖືກເຊີນເຂົ້າ ຮ່ວມທັງໝົດ 80 ທ່ານ. ກອງປະຊຸມຄັ້ງນີ້ ທາງໂຄງການຈັດສັນປ່າຜະລິດ ແລະ ພັດທະນາຊົນນະບົດ ແມ່ນໄດ້ມີການສະຫຼຸບຕີລາຄາຄືນ ເຊັ່ນ ຜົນຈາກການຈັດຕັ້ງປະຕິບັດໂຄງການແຕ່ປີ 2004 ຫາ 2008 ຂອບເຂດຈັດຕັ້ງປະຕິບັດຢູ່ 4 ແຂວງຄື ແຂວງ ຄຳມ່ວນ, ສະຫັວນນະເຂດ, ສາລະວັນ, ແລະ ແຂວງ ຈຳປາສັກ ຊື່ງມີພື້ນທີຈັດຕັ້ງປະຕິບັດຢູ່ 8 ແຂວງປ່າຜະລິດ ລວມເນື້ອທີປະ
|
|
Read more...
|
|
|
|
|
<< Start < Prev 1 2 3 4 5 6 7 8 9 10 Next > End >>
|
|
Page 1 of 30 |